ລົງກວດກາ ບໍລິສັດ ມິດຕະພາບ ກະສິກໍາ ຈຳກັດ
ໃນຕອນເຊົ້າວັນ ອັງຄານ ວັນທີ 21 ມັງກອນ ປີ 2020 ຂະແໜງ ຕິດຕາມກວດກາ ສິ່ງແວດລ້ອມ ຂອງ ພສຊ ນວ ແລະ ຂະແໜງ ທີ່ກ້ຽວໄດ້ເຄື່ອນໄຫວຕິດຕາມກວດກາ ບໍລິສັດ ມິດຕະພາບ ກະສິກຳ ຈຳກັດ ໄດ້ຜະລິດທຸລະກີດໝາກຕາວປີດ ແລະ ເຄື່ອງດື່ມເພື່ອສຸຂະພາບໄດ້ດຳເນີນການຜະລິດທີ່ເປັນມິດຕໍ່ສິ່ງແວດລ້ອມແບບຍືນຍົງ.
ພິທີມອບ-ຮັບ ໃບຕາດິນ
ໃນຕອນເຊົ້າຂອງວັນທີ 14 ມັງກອນ 2020 ໄດ້ມີພິທີ ມອບ -ຮັບ ໃບຕາດິນ ທີ່ຖືກ ໂຄງການ ພັດທະນາ ຊົນລະປະທານ ເຂດວຽງຈັນໃຕ້ ໃຫ້ແກ່ເຈົ້າຂອງສິດນຳໃຊ້ທີ່ດິນ ຈຳນວນ 10 ຄອບຄົວ ຂຶ້ນທີ່ ບ້ານດົງຄວາຍ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານ ໂດຍແມ່ນ ທ່ານ ຄຳຕັນ ແກ້ວຫາວົງ ຮອງຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ລົງຊຸກຍູ້ຕິດຕາມກວດກາວຽກງານສິ່ງແວດລ້ອມ
ໃນຕອນເຊົ້າຂອງວັນຈັນ, ວັນທີ 13 ມັງກອນ 2020 ຂະແໜງ ຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດລົງຕິດ ຕາມຊຸກຍູ້ກວດກາ ບໍລິສັດ ລາວໂລຫະມີສີ ຂາອອກ-ຂາເຂົ້າ ຈຳກັດ ຢູ່ທີ່ ບ້ານສະພັງຄະນົງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ເຊິ່ງບໍລິສັດ ດັ່ງກ່າວແມ່ນ ດຳເນີນທຸລະກິດຜະລິດສິນຄ້າ ແຮ່ຊືນ, ກົ່ວ, ສັງກະສີ, ແລະ ທອງແດງ ເປົ້າໝາຍການຜະລິດສົ່ງອອກ 30 ພັນໂຕນ ຕໍ່ ປີ ແຕ່ປັດຈຸບັນນີ້ໄດ້ຜະລິດຊືນພຽງຢ່າງດຽວ, ສົ່ງອອກໃນປີ 2019 ໄດ້ພຽງແຕ່ 3.480 ໂຕນຕໍ່ປີ. ເນື່ອງຈາກວ່າໂຮງງານຢູ່ໃນຂັ້ນຕອນທົດລອງການຜະລິດ.
ລົງກວດກາເກັບກຳຂໍ້ມູນໂຄງການເຊົ່າສຳປະທານດິນລັດ 81 ໂຄງການ ຢູ່ເມືອງ ສີໂຄດຕະບອງ
ໃນຕອນເຊົ້າຂອງວັນທີ 07 ມັງກອນ 2020 ຄະນະທີມງານ ຂະແໜງ ແຜນການ ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ແລະ ຂະແໜງ ສິ່ງແວດລ້ອມ ພະແນກ ຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ສົມທົບກັບ ນາຍບ້ານ, ພະແນກພະລັງງານນະຄອນຫຼວງ, ຫ້ອງວ່າການນະຄອນຫຼວງ ໄດ້ລົງເກັບກຳຂໍ້ ມູນການເຊົ່າສຳປະທານດິນລັດ ຂອງບໍລິສັດ ຂຸດຄົ້ນຫີນດ່ານ ຢູ່ບ້ານ ຈຳປາ ແລະ ບ້ານ ໃໝ່ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ.
Read more: ລົງກວດກາເກັບກຳຂໍ້ມູນໂຄງການເຊົ່າສຳປະທານດິນລັດ 81 ໂຄງການ ຢູ່ເມືອງ ສີໂຄດຕະບອງ
ກອງປະຊຸມແກ້ໄຂບັນຫາທາງລົດໄຟລາວ-ຈີນ
ໃນຕອນເຊົ້າຂອງວັນທີ 06-07 ມັງກອນ 2020 ເວລາ 09:00 ທີ່ ຫ້ອງປະຊຸມຊັ້ນ 2 ຂອງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມ ແກ້ໄຂບັນຫາທາງລົດໄຟລາວ-ຈີນ ໂດຍໃຫ້ກຽດເຂົ້າຮ່ວມເປັນ ປະທານ ຂອງ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າ ພຊສ.ນວ , ມີບັນດາຫົວ ໜ້າຂະແໜງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມ ຈຳນວນ 19 ທ່ານ
Page 26 of 33