ກອງປະຊຸມເຜີຍແຜ່ ກົດໝາຍວ່າດ້ວຍການລົດໄຟ
ກອງປະຊຸມ ເຜີຍແຜ່ ກົດໝາຍວ່າດ້ວຍການລົດໄຟ ສໍາຫຼັບແຂວງພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ທີ່ ເມືອງທ່າແຂກ, ແຂວງຄໍາມ່ວນ, ໃນວັນທີ 17-19 ທັນວາ 2019 ນີ້ ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ທ່ານ ຄໍາສີ ອຸດທິວົງ ຮອງເຈົ້າແຂວງ ແຂວງຄໍາມ່ວນ ແລະ ທ່ານ ສາສະດາຈານ ປອ ບຸນເຫຼື່ອມ ສີສຸລາດ ຜູ້ຊ່ວຍລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ.
3 ອົງການຈັດຕັ້ງມະຫາຊົນ ສ້າງຂະບວນການອອກແຮງງານ
ໃນຕອນເຊົ້າຂອງວັນທີ 14/12/2019 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ສ້າງຂະບວນການອອກແຮງງານ ເພື່ອຄໍ່ານັບຮັບຕ້ອນ ກອງປະຊຸມໃຫ່ຍ 2 ຂັ້ນ ແລະ ກອງປະຊຸມໃຫ່ຍ 3 ອົງການຈັດຕັ້ງມະຫາຊົນ ຂອງພະແນກ ພຊສ.ນວ
ພິທີຮັບສະມາຊິກພັກສົມບູນ ຂອງຂະແໜງທີ່ດິນ
ໃນວັນທີ 12 ທັນວາ 2019 ເວລາ 13:30 ທີ່ຫ້ອງປະຊຸມ ຊັ້ນ 03 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດພິທີຮັບສະມາຊິກພັກສົມບູນ ຂອງ ຂະແໜງ ທີ່ດິນ ຈຳນວນ 07 ສະຫາຍ ຍິງ 02 ສະຫາຍ ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ຄຳຕັນ ສີຫາວົງ ຮອງ ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.
ກອງປະຊູມ ລົງຊີ້ນຳວຽກງານອອກ ໃບຕາດິນ ຢູ່ ຫຊສ ເມືອງ ນາຊາຍທອງ
ໃນວັນທີ 10 ທັນວາ 2019 ເລວາ 8:30 ຄະນະ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ພະນັກງານວິຊາການ ຈຳນວນໜຶ່ງ ໄດ້ລົງຊີ້ນຳວຽກງານອອກ ໃບຕາດິນ ເປັນລະບົບ ແລະ ອອກສະເພາະຕອນ ຢູ່ ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ນາຊາຍທອງ ໃຫ້ໄດ້ຕາມແຜນການປີ 2019 ໂດຍເຂົ້າຮ່ວມ ຂອງ ຫົວໜ້າ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ນາຊາຍທອງ, ຮອງຫົວໜ້າ ແລະ ພ້ອມດ້ວຍວິຊາການ ຈຳນວນ 13 ທ່ານ ຍິງ 2 ທ່ານ.
Read more: ກອງປະຊູມ ລົງຊີ້ນຳວຽກງານອອກ ໃບຕາດິນ ຢູ່ ຫຊສ ເມືອງ ນາຊາຍທອງ
ປະກາດ ແຕ່ງຕັ້ງບົງຕົວ ເລຂາ-ຄະນະໜ່ວຍພັກ 8 ຂະແໜງ ທີ່ຂື້ນກັບ ຄະນະພັກຮາກຖານ ພຊສ.ນວ
ໃນວັນທີ 6 ທັນວາ 2019 ນີ້ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ເຊື່ອມຊືມເອກະສານດໍາເນີນຊີວິດການເມືອງເພື່ອກ້າວເຂົ້າສູ່ການກະກຽມ ກອງປະຊຸມໃຫຍ່ຄັ້ງທີ 2 ຂອງ ຄະນະ ພັກຮາກຖານຂອງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ປະກາດການແຕ່ງຕັ້ງບົງຕົວເລຂາ, ຄະນະໜ່ວຍພັກ 8 ຂະແໜງທີ່ຂື້ນກັບ ຄະນະພັກຮາກຖານຂອງ ພຊສ.ນວ ທີ່ຫ້ອງປະຊຸມຊັ້ນ 03 ພຊສ.ນວ.
Read more: ປະກາດ ແຕ່ງຕັ້ງບົງຕົວ ເລຂາ-ຄະນະໜ່ວຍພັກ 8 ຂະແໜງ ທີ່ຂື້ນກັບ ຄະນະພັກຮາກຖານ ພຊສ.ນວ
Page 28 of 33