ທາບທາມ ຄະນະບໍລິຫານງານ ຊາວໜຸ່ມ ທາບທາມ ຄະນະບໍລິຫານງານ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພຊສ.ນວ
ໃນຕອນເຊົ້າຂອງວັນພະຫັດ, ວັນທີ 05 ທັນວາ 2019 ເວລາ 8:30 ທີ່ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດ ກອງປະຊຸມ ທາບທາມ ຄັດເລືອກ ບຸກຄະລາກອນ ເພື່ອເປັນຄະນະບໍລິຫານງານ ຊາວໜຸ່ມ
Read more: ທາບທາມ ຄະນະບໍລິຫານງານ ຊາວໜຸ່ມ ທາບທາມ ຄະນະບໍລິຫານງານ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພຊສ.ນວ
ພິທີມອບ-ຮັບ ເງິນຊົດເຊີຍ ໂຄງການທາງດ່ວນ ນະຄອນຫຼວງວຽງຈັນ ໝາຍເລກ 1
ໃນວັນທີ 05 ທັນວາ 2019 ນີ້ ນະຄອນຫຼວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ເງິນຄ່າຊົດເຊີຍໃຫ້ແກ່ ເຈົ້າຂອງດິນທີ່ໄດ້ຮັບຜົນກະທົບຈາກ ໂຄງການ ກໍ່ສ້າງ ທາງດ່ວນ ນະຄອນຫຼວງວຽງຈັນ ໝາຍເລກ 1 ຄັ້ງທີ 2 ໂດຍພາຍໃຕ້ການເປັນ ປະທານ ຂອງ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ.
Read more: ພິທີມອບ-ຮັບ ເງິນຊົດເຊີຍ ໂຄງການທາງດ່ວນ ນະຄອນຫຼວງວຽງຈັນ ໝາຍເລກ 1
ກອງປະຊຸມທາບທາມ ຄະນະບໍລິຫານງານ ສະຫະພັນແມ່ຍິງ ຊຸດໃໝ່
ໃນຕອນເຊົ້າຂອງວັນພຸດ, ວັນທີ 4 ທັນວາ 2019 ເວລາ 8:30 ທີ່ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ນະຄອນຫຼວງວຽງຈັນ ໄດ້ກອງປະຊຸມມາບທາມ, ຄັດເລືອກເອົາບຸກຄະລາກອນ ເຂົ້າເປັນ ຄະນະບໍລິຫານງານ ສະຫະພັນແມ່ຍິງ ຊຸດໃໝ່ ຂອງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະ ຄອນຫຼວງວຽງຈັນ, ໂດຍໃຫ້ກຽດເປັນ ປະ ທານ ຂອງ ທ່ານ ບຸນລັດ ສຸດທະວົງ ຄະນະພັກຮາກຖານ ແລະ ທ່ານ ນາງ ຈັນສຸກ ບົວລະວັນ ຮັກສາການ ປະທານ ສະຫະ ພັນແມ່ຍິງ ພ້ອມສະມາຊິກແມ່ຍິງ ພາຍໃນພະແນກເຂົ້າຮ່ວມທັງໝົດ.
Read more: ກອງປະຊຸມທາບທາມ ຄະນະບໍລິຫານງານ ສະຫະພັນແມ່ຍິງ ຊຸດໃໝ່
ການທາບທາມບຸກຄະລາກອນ
ກອງປະຊຸມ ກາບທາບທາມບຸກຄະລາກອນ ເພື່ອກະກຽມ ກອງປະຊຸມໃຫ່ຍ ຄັ້ງທີ 2 ຂອງຮາກຖານ ກຳມະບານ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ ຂື້ນໃນວັນທີ 04 ທັນວາ 2019 ເວລາ 8 ໂມງ 30 ທີ່ ຫ້ອງປະຊຸມຊັ້ນ 3 ຂອງ ພຊສ.ນວ ,ໂດຍເປັນປະທານຮ່ວມ ລະຫວ່າງ ທ່ານ ສົມບູນ ລິດສະໃໝ ຮອງປະທານ ສະຫະພັນກຳມະບານ ນະ ຄອນຫລວງວຽງຈັນ ແລະ ທ່ານບຸນຊົມ ຊົງວິໄລ ຄະນະພັກຮາກຖານ, ຮອງຫົວໜ້າ ພຊສ ນວ ຄະນະກຳມະບານຮາກຖານ, ເຊິ່ງມີ ສະມາຊິກ ກໍາມະບານ ພາຍໃນ ພຊສ.ນວ ເຂົ້າຮ່ວມທັງໝົດ.
ລົງຊູກຍູ້ ຕິດຕາມ ກວດກາ ວຽກງານ ສິ່ງແວດລ້ອມ ຂອງ 2 ບໍລິສັດ
ໃນຕອນເຊົ້າຂອງວັນທີ 29 ພະຈິກ 2019 ເວລາ 9:00 ໂມງ ທີ່ ບ້ານຫ້ວຍນໍ້າເຢັນ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ຮອງຫົວໜ້າ ຂະແໜງ ສິ່ງແວດລ້ອມ ພ້ອມດ້ວຍຄະນະວິຊາການ ໄດ້ລົງຊູກຍູ້ ຕິດຕາມ-ກວດກາ ວຽກງານສິ່ງແວດ ລ້ອມ ຂອງບໍລິສັດ ປູງແຕ່ງໄມ້ເພັງມູງຄູນ ແລະ ບໍລິສັດ ຟາມໝູພັນ ນາຊາຍທອງ ມີຜຸ້ເຂົ້າຮ່ວມທັງໝົດ 10 ທ່ານ ຍິງ 4 ທ່ານ ການລົງຕິດຕາມກວດກາໃນຄັ້ງນີ້ ມີນາຍບ້ານ, ບ້ານຫ້ວຍນໍ້າເຢັນ ແລະ ພະນັກງານວິຊາການ ຈາກ ຫຊສ ເມືອງນາຊາຍທອງ ແລະ ຜູ້ອຳນວຍການ ບໍລິສັດ ເຂົ້າຮ່ວມ ການລົງຊູກຍຸ້ວຽກງານຄັ້ງນີ່ແມ່ນ ໄດ້ປູກລະດົມໃຫ້ຜຸ້ປະກອບກິດຈະການ ປະຕິບັດຕາມລະບຽບກົດໝາຍ, ເພື່ອໃຫ້ຂະບວນການຜະລິດເປັນມິດຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ.
Read more: ລົງຊູກຍູ້ ຕິດຕາມ ກວດກາ ວຽກງານ ສິ່ງແວດລ້ອມ ຂອງ 2 ບໍລິສັດ
Page 29 of 33