ກອງປະຊູມ ແລວສາຍສົ່ງໄຟຟ້າ ບໍລິສັດ ຮ່ວມທຶນລາວ-ຈີນ
ໃນຕອນເຊົ້າຂອງວັນທີ 28 ພະຈິກ 2019 ເວລາ 9:00 ທີ່ ຫ້ອງປະຊຸມ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ ຊັ້ນ II ໂດຍແມ່ນ ທ່ານ ປ.ອ ແອ໋ງພອນ ແສງສຸວັນ ເປັນປະທານ ກອງປະຊູມ ປຶກສາຫາລື ດ້ານວິຊາການ.
ຝືກອົບຮົມ ແນະນໍາການຕົບແຕ່ງຮູບພາບ ແລະ ບົດຂ່າວລົງ ເວັບໄຊ ພຊສ.ນວ
ໃນຕອນເຊົ້າວັນທີ 25 ພະຈິກ 2019 ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ຂອງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຝືກອົບຮົມ ແນະນໍາ ການຕົບແຕ່ງຮູບພາບ ແລະ ບົດຂ່າວລົງ ເວັບໄຊ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.
Read more: ຝືກອົບຮົມ ແນະນໍາການຕົບແຕ່ງຮູບພາບ ແລະ ບົດຂ່າວລົງ ເວັບໄຊ ພຊສ.ນວ
ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ຈັດກອງປະຊຸມ ສະຫຼຸບ ໂຄງການ
ໃນຕອນເຊົ້າວັນທີ 18 ພະຈິກ 2019 ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ໄດ້ຈັດ ກອງປະຊຸມ ສະຫຼຸບ ໂຄງ ການ ສ້າງຖານ ຂໍ້ມູນ ສະຖິຕິ ຂອງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເພື່ອເກັບກໍາ ແລະ ປະເມີນຜົນ ພາຍໃຕ້ການເປັນ ປະທານ ຂອງ ທ່ານ ບຸນຊົມ ຊົງວິໄລ ຮອງຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.
Read more: ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ຈັດກອງປະຊຸມ ສະຫຼຸບ ໂຄງການ
ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ອອກແຮງງານສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆຂອງຊາດຂອງພັກ
ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ອອກແຮງງານສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆຂອງຊາດຂອງພັກ ໂດຍສະເພາະຕ້ອນຮັບກອງປະຊຸມສາມຂັ້ນຂອງພັກ ແລະ ກອງປະຊຸມອົງການຈັດຕັ້ງມະຫາຊົນຂອງ ພະແນກ ຂອງຕົນທີ່ຈະຈັດຂຶ້ນໄວໆນີ້ໃຫ້ມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍ ຄວາມໝາຍ-ຄວາມສໍາຄັນ ຂຶ້ນວັນທີ 16 ພະຈິກ 2019 ຢູ່ພະແນກຕົນ ມີ ທ່ານ ແອ໋ງພອນ ແພງສຸວັນ ຮອງຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ 150 ຄົນ ເຊິ່ງການອອກແຮງງານລວມຄັ້ງນີ້ໄດ້ພ້ອມກັນຕັດຫຍ້າ ເກັບຂີ້ເຫຍື້ອ ສ້ອມແຊມຕົ້ນໄມ້ກິນໝາກ ແລະ ຕົ້ນໄມ້ປະດັບ. (ບົດຂ່າວ ສະບາໄພ ໜັງສືພິມ ວຽງຈັນໃໝ່ 18 ພະຈິກ 2019).
Read more: ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ...
ພຊສ.ນວ ເປີດກອງປະຊຸມ ປະເມີນແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງ ແລະ ເປີດຂະບວນການຮັກຊາດ ແລະ ພັດທະນາ
ໃນວັນສຸກ ວັນທີ 15 ພະຈິກ 2019 ຢູ່ທີ່ຫ້ອງປະຊຸມ ຂອງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະ ຄອນຫຼວງວຽງຈັນ. ໄດ້ເປີດກອງປະຊຸມ ປະເມີນແຜນກຳນົດ ພະນັກງານ ນຳພາ-ຄຸ້ມຄອງຂຶ້ນ ແລະ ກອງປະຊຸມ ເຜີຍແຜ່ເຊື່ອມຊຶມ ການຈັດຕັ້ງປະຕິບັດແຂ່ງຂັນ ຮັກຊາດ ແລະ ພັດທະນາ . ພາຍໃຕ້ການເປັນ ປະທານ ຂອງ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ. ມີຮອງຫົວໜ້າ ພະແນກ ພາຍ ໃນ, ຮອງຫົວໜ້າ ພະແນກ ພຊສ.ນວ ພ້ອມດ້ວຍ, ຫົວໜ້າຂະແໜງ, ຮອງຫົວໜ້າ ຂະແໜງ ແລະ ພະນັກງານລັດຖະກອນທັງໝົດຂອງ ພະແນກ ເຂົ້າຮ່ວມ.
Page 30 of 33