ກອງປະຊຸມສະຫຼຸບຖອດຖອນບົດຮຽນ ກ່ຽວກັບ ຜົນການກວດກາ ໂຄງການເຊົ່າ ແລະ ສໍາປະທານທີ່ດິນລັດ ໃນກິດຈະການຕ່າງໆ ຈຳນວນ 438 ໂຄງການ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ
ກອງປະຊຸມສະຫຼຸບຖອດຖອນບົດຮຽນ ກ່ຽວກັບ ຜົນການກວດກາ ໂຄງການເຊົ່າ ແລະ ສໍາປະທານທີ່ດິນລັດ ໃນກິດຈະການຕ່າງໆ ຈຳນວນ 438 ໂຄງການ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2019 ທີ່ ຫ້ອງປະຊຸມ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ. ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຜູ້ຊີ້ນຳ
ພິທີປະກາດແຕ່ງຕັ້ງວິຊາການ ຂອງພະແນກ ພຊສ.ນວ
ໃນຕອນແລງ ຂອງວັນທີ 23 ຕຸລາ 2019 ຢູ່ທີ່ ຫ້ອງປະຊຸມ ຂອງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ. ໄດ້ຈັດພິທີປະກາດຊັບຊ້ອນແຕ່ງຕັ້ງ ພະນັກງານ ວິຊາການໄປ ປະຈຳ ຢູ່ແຕ່ລະ ຂະແໜງ ຢູ່ພາຍໃນ ພະ ແນກ ພຊສ.ນວ ຂຶ້ນ. ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າ ພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ. ມີຄະນະພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ ແລະ ພະນັກງານລັດຖະກອນເຂົ້າຮວ່ມ.
ພິທີ ມອບ-ຮັບ ໜ້າທີ່ ຫົວໜ້າ ຂະແໜງ ຜູ້ເກົ່າ-ຜູ້ໃໝ່.
.
ໃນຕອນບ່າຍ ຂອງວັນທີ 13 ກັນຍາ 2019. ຢູ່ທີ່ຫ້ອງປະຊຸມ ຊັ້ນ III ຂອງ ພະແນກ ຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ. ໄດ້ຈັດພິທີມອບຮັບໜ້າທີ່ ຫົວໜ້າ ຂະແໜງ ຜູ້ເກົ່ ແລະ ຜູ້ໃໝ່ຂຶ້ນ.ພາຍໃຕ້ການ ເປັນປະທານ ຂອງ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ. ມີທ່ານ ຮອງຫົວຫນ້າ ພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ 08 ຂະແໜງ ພ້ອມດ້ວຍ ພະນັກງານວິ ຊາການຂອງ ພະແນກ ເຂົ້າຮ່ວມ.
Read more: ພິທີ ມອບ-ຮັບ ໜ້າທີ່ ຫົວໜ້າ ຂະແໜງ ຜູ້ເກົ່າ-ຜູ້ໃໝ່.
ພິທີປະກາດການຈັດຕັ້ງ ພຊສ.ນວ
ໃນຕອນເຊົ້າ ວັນສຸກ, ວັນທີ 06 ກັນຍາ 2019, ຢູ່ທີ່ຫ້ອງປະຊຸມຊັ້ນ 04 ຫ້ອງວ່າການ ປົກຄອງ ນະຄອນຫຼວງວຽງຈັນ, ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດ ພິທີປະກາດການຈັດຕັ້ງຂື້ນ, ໂດຍພາຍໃຕ້ ການເປັນ ປະທານຮ່ວມ ລະຫວ່າງ ທ່ານ ລາດຊະນີວົງ ອຳມະຣາທິທາດາ ຄະນະປະຈຳ ພັກ, ປະທານກວດກາພັກ-ລັດ ນະຄອນຫລວງວຽງຈັນ ແລະ ທ່ານ ໄຊຍະເວດ ວິໄຊ ຄະນະປະຈຳພັກ ກະຊວງ, ຫົວຫນ້າ ກົມຈັດຕັ້ງ ແລະ ພະນັກງານ, ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແແວດລ້ອມ, ມີ ທ່ານ ເຈົ້າເມືອງ-ຮອງ ເຈົ້າເມືອງ, ຫົວໜ້າ ພະແນກ-ຮອງພະແນກການ ອ້ອມຂ້າງ ນະຄອນຫຼວງວຽງຈັນ, ນອກນັ້ນຍັງມີພະນັກງານ-ລັດຖະກອນ ພາຍໃນ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.ພ້ອມດ້ວຍຫົວໜ້າ ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ 09 ເມືອງ ຂອງ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ເສີມຂະຫຍາຍມູນເຊື້ອ 23 ສິງຫາ ຕິດພັນກັບການແກ້ໄຂຂໍ້ຂັດແຍ່ງທີ່ດິນ.
ໃນຕອນເຊົ້າວັນພຸດ ທີ 28 ສິງຫາ 2019 ນີ້ ທີ່ສະໂມສອນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດຂື້ນໃນຫົວຂໍ້ "ເສີມຂະຫຍາຍມູນເຊື້ອ 23 ສິງຫາ ຕິພັນກັບການແກ້ໄຂຂໍຂັດແຍ່ງທີ່ດິນ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ. ເຊິ່ງມີເຈົ້າເມືອງ, ຮອງເຈົ້າເມືອງ, ຫົວໜ້າ ພະແນກ, ຮອງຫົວໜ້າ ພະແນກ ອ້ອມຂ້າງ ນະຄອນຫລວງວຽງຈັນ, ມີຫົວໜ້າ ຫ້ອງການ, ຮອງຫົວໜ້າ ຫ້ອງການອ້ອມຂ້າງ ເມືອງໄຊເສດຖາ ຕະຫລອດຮອງພະນັງານບໍານານ ແລະ ນາຍບ້ານອ້ອມຂ້າງເມືອງໄຊເສດຖາ ມີຜູ້ເຂົ້າຮ່ວມທັງໝົດ 171 ຄົນ.
Read more: ເສີມຂະຫຍາຍມູນເຊື້ອ 23 ສິງຫາ ຕິດພັນກັບການແກ້ໄຂຂໍ້ຂັດແຍ່ງທີ່ດິນ.
Page 31 of 33