ໃນຕອນເຊົ້າ ຂອງວັນທີ 27 ທັນວາ 2019 ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມໃຫ່ຍຄັ້ງທີ II ຂອງ ຄະນະສະຫະພັນແມ່ຍິງ ພຊສ.ນວ ຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ບຸນທາມ ພຸດທະວົງສາ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານ ພຊສ.ນວ , ກອງປະຊຸມ ດັ່ງກ່າວໄດ້ປ່ອນບັດຄັດເລືອກເອົາຄະນະສະຫະພັນແມ່ຍິງຊຸດໃໝ່ ຈຳນວນ 05 ທ່ານຄື:

1. ທ່ານ ນາງ ຈັນສຸກ ບົວລະວົງ ເປັນປະທານ, ຮອງຫົວໜ້າ ຂະແໜງບໍລິຫານ-ການເງິນ

2. ທ່ານ ນາງ ຄຳຫຼ້າ ທຳມະວົງ ເປັນຮອງ, ຮອງຫົວໜ້າ ຂະແໜງນໍ້າ ແລະ ອຸຕຸນິຍົມ

3. ທ່ານ ນາງ ອາໂນລາ ອິນທະວົງສາ ເປັນຮອງ, ວິຊາການ

4. ທ່ານ ນາງ ໄພວັນ ພິມມະສອນ ເປັນຮອງ, ວິຊາການ

5. ທ່ານ ນາງ ດາວວອນ ສິງທະວົງ ເປັນຮອງ, ວິຊາການ