ໃນຕອນເຊົ້າຂອງວັນທີ 24 ກຸມພາ 2020 ຄະນະທີມງານສິ່ງແວດລ້ອມ ພຊສ ນ.ວ ສົມທົບກັບ ຂະແໜງອ້ອມຂ້າງ, ຫຊສ ເມືອງ ນາຊາຍທອງ ແລະ ອຳນາດການປົກຄອງ ບ້ານນາທ່ອນ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ໄດ້ລົງແກ້ໄຂບັນຫາມົນລະພິດ ຂອງ ບໍລິສັດ ຍົມມະນີ ຜະລິດຢາງປຣາສະຕິກ ຈຳກັດ ຄະນະທີມງານໄດ້ລົງແກ້ໄຂບັນຫາກິ່ນຂິ່ວທາງອາກາດຢ່າຮຸ່ນແຮງ ທີ່ເກີດຈາກຂະບວນ ການຜະລິດ ແລະ ດຳເນີນກິດຈະການ
ເນື້ອໃນການແກ້ໄຂ:
- ໃຫ້ບໍລິສັດຕໍ່ທໍ່ຄວັນເສຍຂອງໂຮງງານໃຫ້ສູງຂຶ້ນຕື່ມ ເພື່ອຫຼຸດຜ່ອນຄວັນໃຫ້ຢູ່ໃນລະດັບມາດຕະຖານ
- ການເກັບມ້ຽນຂີ້ເຫື້ຍອຜ່ານມາມີການຕົກເຮ່ຍຕາມຖະໜົນຫົນທາງ
- ບໍລິສັດໄດ້ໄປເຊົ່າດິນຂອງປະຊາຊົນເຮັດເປັນບ່ອນຖິ້ມຂີ້ເຫື້ຍອ ຫ່າງຈາກບໍລິສັດ ປະມານ 1 ກິໂລແມັດ ແລ້ວຈູດເອງຈຶ່ງສົ່ງຜົນກະທົບຕໍ່ປະຊາຊົນພາຍໃນເຂດບ້ານ ນາທ່ອນ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ
ຜົນການແກ້ໄຂບັນຫາ
- ແນະນຳໃຫ້ບໍລິສັດ ສືບຕໍ່ຈັດຕັ້ງປະຕິບັດຕາມບົດບັນທຶກ ສະບັບລົງວັນນທີ 14 ກຸມພາ 2020 ຂອງກົມອຸດສາຫະກຳ ແລະ ການຄ້າ
- ຫ້າມບໍ່ໃຫ້ບໍລິສັດເຄື່ອນຍ້າຍເອົາຂີ້ເຫື້ຍອໄປຖິ່ນໃສ່ສະຖານທີ່ບ່ອນອື່ນ ທີ່ບໍ່ໄດ້ຮັບອານຸຍາດຈາກພາກສ່ວນກ່ຽວຂ້ອງ, ສ່ວນທີ່ໄດ້ເອົາໄປຖິ້ມໃສ່ແລ້ວກໍ່ໃຫ້ອານາໄມຄືນ ແລ້ວເອົາໄປຖິ້ມໃສ່ບ່ອນທີ່ໄດ້ຮັບອະນຸຍາດ
- ແນະນຳໃຫ້ບໍລິສັດເອົາໃຈໃສ່ລະບົບປ້ອງກັນອັກຄີໄພພາຍໃນໂຮງງານ, ຕິດປ້າຍເຕືອນເພີ່ມຕື່ມ ແລະ ລະບົບປ້ອງກັນສຸຂະພາບຂອງພະນັກງານ, ກຳມະກອນພາຍໃນໂຮງງານ
- ແນະນຳໃຫ້ໂຮງງານເລືອກເຕັກນິກເຕົາຫຼອມທີ່ທັນສະໄໝຢູ່ພາຍໃນ ແລະ ຕ່າງປະເທດ
- ຖ້າໂຮງງານໄດ້ທຳການຜະລິດ ທາງຄະນະກຳມະການຈະໄດ້ລົງມາອີກຄັ້ງໜຶ່ງ