ໃນຕອນເຊົ້າວັນທີ 19 ມິຖຸນາ 2020 ຄະນະທີມງານ ຂະແໜງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ສົມທົບກັບຂະແໜງອອ້ມຂ້າງ, ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ໄຊທານີ ແລະ ອຳນາດການປົກຄອງບ້ານ ນາຜາສຸກ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາມກວດກາ ບໍລິສັດ ເວດໂປຼເຊີວິດສ໌ ເພື່ອໃຫ້ຜູ້ປະກອບກິດຈະການດຳເນີນຂັ້ນຕອນການຜະລິດໃຫ້ເປັນມິດຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ. 

    ຜ່ານການລົງຕິດຕາມກວດກາຕົວຈິງເຫັນວ່າ: ບໍລິສັດດັ່ງກ່າວບໍ່ມີຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ເນື່ອງຈາກວ່າ ບໍລິສັດ ດັ່ງກ່າວຍັງບໍ່ໄດ້ທຳການຜະລິດ