ໃນຕອນບ່າຍ ຂອງວັນສຸກ ວັນທີ 29 ເມສາ 2022 ເວລາ 15:30 ທີ່ ຫ້ອງປະຊຸມຊັ້ນ 3 ຂອງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດພິທີປະກາດການຈັດຕັ້ງຂັ້ນ ຫົວໜ້າ ຂະແໜງອ້ອມຂ້າງພະແນກ ຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດ ລ້ອມ ນະຄອນຫຼວງວຽງຈັນ ແລະ ຊັບຊ້ອນຍົກຍ້າຍພະນັກງານ ໄປປະຈຳ ການຢູ່ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ບຸນໜາ ຜາທຸມມະວົງ ຄະນະປະ ຈຳພັກ ນະຄອນຫຼວງວຽງຈັນ, ຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ, ເຊິ່ງມີ ທ່ານ ບຸນຊົມ ຊົງວິໄລ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ຕາງໜ້າຈາກ ກົມຈັັດຕັ້ງ ແລະ ພະນັກງານ ກຊສ, ຕາງໜ້າກົມກວດກາ ກຊສ ຕາງໜ້າ ກົມທີ່ດິນ, ຮອງເຈົ້າເມືອງ 9 ຕົວເມືອງ, ຫົວໜ້າ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 9 ເມືອງ, ຫົວໜ້າຂະແໜງ, ຮອງຂະແໜງ ແລະ ພະນັກງານວິຊາການ ທີ່ຂຶ້ນກັບພະແນກ ຊັບພະຍາກອນທຳມະ ຊາດ ແລະ ສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ, ພິທີດັ່ງກ່າວ ຕາງໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງເຈົ້າຄອງນະຄອນຫຼວງ ວຽງຈັນ ວ່າດ້ວຍການແຕ່ງຕັ້ງຊັບຊ້ອນ ແລະ ຍົກຍ້າຍພະນັກງານລັດຖະ ກອນ ລວມມີ 09 ສະບັບ ເຊິ່ງມີລາຍລະອຽດດັ່ງນີ້:
ແຕ່ງຕັ້ງຜູ້ຊ່ວຍວຽກ
01. ທ່ານ ສີວິໄຊ ສາລີວັນ ຮັກສາການຫົວໜ້າຂະແໜງທີ່ດິນ ເປັນ ຜູ້ຊ່ວຍວຽກ ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ
ແຕ່ງຕັ້ງຫົວໜ້າຂະແໜງ 5 ຂະແໜງດັ່ງນີ້:
02. ທ່ານ ມິ່ງ ສີວົງໄຊ ຮອງຫົວໜ້າຂະແໜງ ແຜນການ, ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ເປັນ ຫົວໜ້າຂະແໜງທີ່ດິນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.
03. ທ່ານ ບຸນທະວີ ສີທຸມທອງ ຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ ເປັນ ຫົວໜ້າ ຂະແໜງຈັດຕັ້ງ ແລະ ກວດກາ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.
04. ທ່ານ ຜາວັນ ສີຫາວົງ ຫົວໜ້າຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ ເປັນ ຫົວໜ້າຂະແໜງສິ່ງແວດລ້ອມ, ນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.
05. ທ່ານ ພິມພາ ຄຳເພັງໄຊ ຮອງຫົວໜ້າຂະແໜງ ສິ່ງແວດລ້ອມ ແລະ ປ່ຽນແປງດິນຟ້າອາກາດ ເປັນ ຫົວໜ້າຂະແໜງ ບໍລິຫານ, ແຜນການ ແລະ ການເງິນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.
06. ທ່ານ ບົວວັນ ແກ້ວວິຈິດ ຫົວໜ້າຂະແໜງຕິດຕາມກວດກາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຫົວໜ້າຂະແໜງກວດກາ ຊັບພະຍາກອນທຳມະຊາດ
ຊັບຊ້ອນຍົກຍ້າຍພະນັກງານ-ລັດຖະກອນ ໄປປະຈຳການຢູ່ ຫຊສ ເມືອງ
07. ທ່ານ ບຸນນຳ ອິນທະວົງ ຫົວໜ້າຂະແໜງກວດກາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄປປະຈຳການຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ໄຊເສດຖາ
08. ທ່ານ ສຸພິນ ໂສມາຍາ ຫົວໜ້າຂະແໜງບໍລິຫານ ແລະ ການເງິນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄປປະຈຳການຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ສີສັດຕະນາກ
09. ທ່ານ ນາງ ລົດຈະນາ ພວງມະນີວົງ ຫົວໜ້າຂະແໜງສິ່ງແວດລ້ອມ ແລະ ປ່ຽນແປງດິນຟ້າອາກາດ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄປປະຈຳການຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ໄຊທານີ.