.

          ໃນຕອນບ່າຍ ຂອງວັນທີ 13 ກັນຍາ 2019. ຢູ່ທີ່ຫ້ອງປະຊຸມ ຊັ້ນ III ຂອງ ພະແນກ ຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ. ໄດ້ຈັດພິທີມອບຮັບໜ້າທີ່ ຫົວໜ້າ ຂະແໜງ ຜູ້ເກົ່ ແລະ ຜູ້ໃໝ່ຂຶ້ນ.ພາຍໃຕ້ການ ເປັນປະທານ ຂອງ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ. ມີທ່ານ ຮອງຫົວຫນ້າ ພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ  08 ຂະແໜງ ພ້ອມດ້ວຍ ພະນັກງານວິ ຊາການຂອງ ພະແນກ ເຂົ້າຮ່ວມ.

         ໃນພິທີ ຄະນະຈັດຕັ້ງ ຂອງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ຂອງທ່ານ ເຈົ້າຄອງ ນະຄອນຫຼວງວຽງຈັນ. ສະບັບ ເລກທີ 0647/ຈນວ, ລົງວັນທີ22 ສິງຫາ 2019 ວ່າດ້ວຍການຮັບເອົາ ແລະ ແຕ່ງຕັ້ງ ພະນັກງານຂອງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ. ໃນນັ້ນ ໄດ້ເຫັນດີຮັບເອົາພະນັກງານມາ ປະຈຳການຢ​ູ່ ພະ​ແນກ ​ຊັບ​ພະ​ຍາ​ກອນ ທຳ​ມ​ະ​ຊາດ​ແລະ​ສິ່ງ​ແວດ​ລ້ອມ ນະ​​ຄອນ​ຫຼວງວຽງ​ຈັນ ຈຳນວນ 03 ທ່ານ.ປະກອບມີ: ທ່ານ ສຸພິນ ໂສມາຍາ ມາຈາກຫ້ອງການຊັບ ເມືອງ ໄຊເສດຖາ ,ທ່ານ ນາງ ວັນທອງ ໄຊຄຳເພັງ ມາຈາກຫ້ອງການຊັບ ເມືອງ ຈັນທະບູລີ ແລະ ທ່ານ ສີວິໄຊ ສາລີວັນ ມາຈາກກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.ນອກນັ້ນກໍ່ຍັງໄດ້ແຕ່ງຕັ້ງຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ 08 ຂະແໜງທີ່ຂຶ້ນກັບ ພະແນກ ຈຳນວນໜຶ່ງ.

       ພາຍຫຼັງໄດ້ຜ່ານຂໍ້ຕົກລົງ ຂອງ ທ່ານ ເຈົ້າຄອງ ນະຄອນຫຼວງວຽງຈັນ ແລ້ວ  ໃນພິທີກໍ່ຍັງໄດ້ຮັບຟັງການ ໂອ້ລົມຈາກ ທ່ານ ປະທານ ກອງປະຊຸມ ໃນນັ້ນ ທ່ານ ໄດ້ເນັ້ນໜັກ ໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ໃນຄັ້ງນີ້ ຈົ່ງໄດ້ເອົາໃຈໃສ່ ໃນໜ້າທີ່ວິຊາສະເພາະຂອງຕົນ. ຕ້ອງຊື່ສັດ, ສຸດຈະລິດ, ບໍ່ສວຍໃຊ້ອຳນາດໜ້າທີ່ຕຳແໜ່ງຂອງຕົນໄປໃນທາງທີ່ບໍ່ຖືກຕ້ອງ, ຕ້ອງຖືເອົາຜົນປະໂຫຍດສ່ວນລວມ  ສູງ ກ່ວາ ຜົນປະໂຫຍດສ່ວນຕົວຢູ່ສະເໜີ ແລະ ຕັ້ງໜ້າບຸກບືນຕົນເອງ ໃຫ້ສົມກັບໜ້າທີ່, ທີ່ ພັກ-ລັດ ມອບໝາຍໃຫ້. ຜູ້ທີ່ຖືກຍົກຍ້າຍ ກໍ່ຕ້ອງ ມີແນວຄິດອຸ່ນອ່ຽງ ທຸ່ນທ່ຽງ, ຕ້ອງເຊື້ອໜັ້ນຕໍ່ແນວທາງຂອງ ພັກ-ລັດ. ຊຶ່ງການຍົກຍ້າຍໃນຄັ້ງກໍ່ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ.