ກອງປະຊຸມ ເຜີຍແຜ່ ກົດໝາຍວ່າດ້ວຍການລົດໄຟ ສໍາຫຼັບແຂວງພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ທີ່ ເມືອງທ່າແຂກ, ແຂວງຄໍາມ່ວນ, ໃນວັນທີ 17-19 ທັນວາ 2019 ນີ້ ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ທ່ານ ຄໍາສີ ອຸດທິວົງ ຮອງເຈົ້າແຂວງ ແຂວງຄໍາມ່ວນ ແລະ ທ່ານ ສາສະດາຈານ ປອ ບຸນເຫຼື່ອມ ສີສຸລາດ ຜູ້ຊ່ວຍລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ.

           ເຊິ່ງມີບັນດາທ່ານຕາງໜ້າ ຫ້ອງວ່າການປະຄອງແຂວງ, ບັນດາ ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ, ຫ້ອງການ ອພບ, ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ພະແນກ ກະສິກໍາ ແລະ ປ່າໄມ້ ແລະ ພະແນກ ອຸດສາຫະກໍາ ແລະ ການຄ້າ ຂອງ 9 ແຂວງ ແລະ 01 ນະຄອນ ຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື.