ໃນຕອນເຊົ້າຂອງວັນຈັນ, ວັນທີ 13 ມັງກອນ 2020 ຂະແໜງ ຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດລົງຕິດ ຕາມຊຸກຍູ້ກວດກາ ບໍລິສັດ ລາວໂລຫະມີສີ ຂາອອກ-ຂາເຂົ້າ ຈຳກັດ ຢູ່ທີ່ ບ້ານສະພັງຄະນົງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ເຊິ່ງບໍລິສັດ ດັ່ງກ່າວແມ່ນ ດຳເນີນທຸລະກິດຜະລິດສິນຄ້າ ແຮ່ຊືນ, ກົ່ວ, ສັງກະສີ, ແລະ ທອງແດງ ເປົ້າໝາຍການຜະລິດສົ່ງອອກ 30 ພັນໂຕນ ຕໍ່ ປີ ແຕ່ປັດຈຸບັນນີ້ໄດ້ຜະລິດຊືນພຽງຢ່າງດຽວ, ສົ່ງອອກໃນປີ 2019 ໄດ້ພຽງແຕ່ 3.480 ໂຕນຕໍ່ປີ. ເນື່ອງຈາກວ່າໂຮງງານຢູ່ໃນຂັ້ນຕອນທົດລອງການຜະລິດ.