ໃນຕອນເຊົ້າຂອງວັນທີ 13 ກຸມພາ 2020 ຂະແໜງ ຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພຊສ.ນວ ໄດ້ສົມທົບກັບຂະແໜງອອ້ອມຂ້າງ, ຫຊສ ເມືອງ ໄຊທານີ  ແລະ ອຳນາດການປົກຄອງບ້ານ ນາພອກ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາມກວດກາ ບໍລິສັດ BCC ປະສົມສີ. ເພື່ອໃຫ້ຜູ້ປະກອບກິດຈະການດຳເນີນຂັ້ນຕອນການຜະລິດໃຫ້ເປັນມິດຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ. ຜ່ານການລົງຕິດຕາມກວດກາຕົວຈິງ ວິຊາການສິ່ແວດລ້ອມໄດ້ແນະນຳບໍລິສັດ ແລະ ປັບປຸງມີດັ່ງນີ້: 

- ແນະນຳໃຫ້ບໍລິສັດເຮັດບົດລາຍງານ ແຜນການຄຸ້ມຄອງສິ່ງແວດລ້ອມ ປະຈຳປີ 2019 ສົ່ງໃຫ້ພະແນກ   ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.

- ແນະນຳໃຫ້ບໍລິສັດຕໍ່ໃບຢັ້ງຢືນສິ່ງແວດລ້ອມ ( ເພາະໝົດກຳນົດແລ້ວ)

- ແນະນຳບໍລິສັດຕິດກົງເຕນໍ້າ ເພື່ອຕິດຕາມປະລິມານການນຳໃຊ້ນໍ້າໃຕ້ດິນ. ເພື່ອເປັນຂໍ້ມູນສະເໜີອອກອະນຸຍາດ ການນຳໃຊ້ນໍ້າ ຈາກພຊສ.ນວ, ຫຼັງຈາກນັ້ນຄະນະທີມງານວິຊາການ ໄດ້ສ້າງບົດບັນທຶກຮ່ວມກັບບໍລິສັດ ເພື່ອເປັນບົດອີງໃນການລົງຕິດຕາມກວດກາໃນຄັ້ງຕໍ່ໄປ.