ໃນຕອນເຊົ້າຂອງວັນທີ 11 ກຸມພາ 2020 ຂະແໜງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບຂະແໜງອ້ອມຂ້າງ, ຫຊສ ເມືອງ ໄຊທານີ ແລະ ອໍານາດການປົກຄອງບ້ານ ໂພນໄຮ່ຄຳ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ລົງຕິດຕາມກວດກາໂຮງງານຜະລິດດິນຈີ່ ຕາເວັນແດງ ເພື່ອຊຸກຍູ້ກວດກາສະພາບບັນຫາຄວາມສ່ຽງ, ຜົນກະທົບທີ່ອາດຈະເກີດຂຶ້ນໃນຊ່ວງການກໍ່ສ້າງ, ການດຳເນີນງານ ແລະ ສິ້ນສຸດຂອງໂຄງການພັດທະນາ ນະຄອນຫຼວງວຽງຈັນ

 ຜ່ານການລົງຕິດຕາມກວດກາຕົວຈິງໃນບໍລິເວນໂຮງງານ ວິຊາການສິ່ງແວດລ້ອມໄດ້ແນະນຳທາງໂຮງງານມີດັ່ງນີ້:

- ແນະນຳໂຮງງານເຮັດປ້າຍຕິດເຕືອນບໍລິເວນອັນຕະລາຍພາຍໃນເຂດໂຮງງານ ແລະ ປ້າຍເຕືອນລົດບັນທຸກ ເຂົ້າ-ອອກ

- ແນະນຳໃຫ້ໂຮງງານສືບຕໍ່ ໃບຢັ້ງຢືນສິ່ງແວດລ້ອມ ທີ່ອາຍຸແລ້ວ

- ແນະນໍາໃຫ້ຕິດກົງເຕີນໍ້າ ເພື່ອຕິດຕາມປະລິມານການນໍາໃຊ້ນໍ້າໃຕ້ດິນ
- ແນະນຳໃຫ້ເອົາໃສ່ໃຈຕິດຕາມພະນັກງານ, ກຳມະກອນໃສ່ຜ້າອັດປາກໃນບໍລິເວນເຂດທີ່ມີຄວາມສ່ຽງ

- ແນະນໍາໃຫ້ເຮັດບົດລາຍງານການຈັດຕັ້ງປະຕິບັດແຜນການຄຸ້ມຄອງສິ່ງແວດລ້ອມປີ 2019 ແລະ ສືບຕໍ່ປະຕິບັດໃຫ້ເປັນແຕ່ລະໄລຍະ 6 ເດືອນ, 1 ປີ ສົ່ງໃຫ້ ພຊສ.ນວ ເປປັນປົກກະຕິ