ໃນຕອນເຊົ້າຂອງວັນທີ 12 ກຸມພາ 2020 ຂະແໜງ ຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບຂະແໜງອ້ອມຂ້າງ, ຫຊສ ເມືອງໄຊທານີ ແລະ ອຳນາດການປົກຄອງ ບ້ານໂນນສະອາດ, ນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາກວດກາ ບໍລິສັດໂກເດີ້ນເດວຕ້າ ຈຳກັດ ເພື່ອເກັບກຳຂໍ້ມູນສະພາບການດຳເເນີງານຕົວຈິງ  ນຳມາເປັນບ່ອນອີງໃນການວາງມາດຕາການຫຼຸດຜ່ອນ ແລະ ແກ້ໄຂຊ່ວຍຜູ້ປະກອບກິດຈະການ, ທັງເປັນການຫຼຸດຜ່ອນຜົນກະທົບຕໍ່ສິ່ແວດລ້ອມທຳມະຊາດ  ແລະ ສັງຄົມ. 

ບໍລິສັດ ໂກ້ເດີນເດວຕ້າ ສ້າງຕັ້ງຂຶ້ນປີ 2007 ມີພະນັກງານທັງໝົດ 394 ຄົນ ວັດຖຸດິບການຜະລິດແມ່ນນຳເຂົ້າຈາກຕ່າງປະເທດ ແລະ ເວລາຜະລິດສຳເລັດແລ້ວສ່ວນຫຼາຍແມ່ນສົ່ງອອກຕ່າງປະເທດ

   ຜ່ານການລົງກວດກາຕົວຈິງບໍລິເວນໂຮງງານ ວິຊາການສິ່ງແວດໄດ້ແນະນຳທາງບໍລິສັດມີດັ່ງນີ້:

- ແນະນຳບໍລິສັດກໍ່າອ່າງບຳບັດນໍ້າເປື້ອນ ໃຫ້ໄດ້ຕາມມາດຖານ ກ່ອນປ່ອຍລົງສູ່ອ່າງນໍ້າທຳມະຊາດ 

- ແນະນຳໃຫ້ບໍລິສັດເກັບມ້ຽນສິ່ງເສດເຫຼືອໃຫ້ເປັນລະບຽບຕື່ມ ບໍ່່ໃຫ້ຈູດຂີ້ເຫື້ອຍຊະຊາຍ ພ້ອມທັງອານາໄມບ່ອນພັກເຊົາຂອງພະນັກງານ

- ແນະນຳໃຫ້ບໍລິສັດມີແຜນຄຸ້ມຄອງການນໍາໃຊ້ນໍ້າໂດຍຜ່ານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັັນ

- ແນະນໍາໃຫ້ເຮັດບົດລາຍງານແຜນຕິດຕາມ ປະຈຳ 6 ເດືອນ 2 ຄັ້ງຕໍ່ປີ

- ແນະນຳໃຫ້ບໍລິສັດເພີ່ມຄວາມເອົາໃຈໃສ່ຕໍ່ສຸຂະພາບຂອງພະນັກງານໂດຍໃຫ້ກວດສຸຂະພາບ ປີລະ 2 ຄັ້ງ ແລະ ໃຫ້ໃສ່ຜ້າອັດປາກ ແລະ ດັ່ງຕື່ມ