ໃນຕອນເຊົ້າຂອງວັນທີ 21 ກຸມພາ 2020 ຢູ່ທີ່ຫ້ອງວ່າການປົກຄອງ ເມືອງ ຫາດຊາຍຟອງ ໄດ້ຈັດກອງປະຊຸມເຜີຍແຜ່ຄຳສັ່ງເຈົ້າຄອງ ນະຄອນຫຼວງວຽງຈັນເລກທີ 001/ຈນ, ລົງວັນທີ 7 ກຸມພາ 2020 ວ່າດ້ວຍ ຫ້າມຈູດຂີ້ເຫື້ອຍຊະຊາຍ ໂດຍເຂົ້າຮ່ວມເປັນປະທານ ທ່ານ ຄຳແກ່ວງ ດວງພະຈັນ ຮອງເຈົ້າເມືອງ ຫາດຊາຍຟອງ ແລະ ທ່ານ ປອ ແອ່ງພອນ ແພງສຸວັນ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໃນນັ້ນມີອຳນາດການປົກຄອງ 06 ບ້ານ ແລະ ປະຊາຊົນຈຳນວນໜຶ່ງເຂົ້າຮ່ວມ.