ໃນຕອນເຊົ້າຂອງວັນທີ 02 ກຸມພາ 2020 ຂະແໜງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ສົມທົບກັບຂະແໜງອ້ອມຂ້າງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ເມືອງ ນາຊາຍທອງ ແລະ ອຳນາດການປົກຄອງບ້ານ ນາງ່າ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາມກວດກາ ບໍລິສັດ ເຄທິຟາມ ເພື່ອໃຫ້ທາງບໍລິສັດດຳເນີນກິດຈະການໃຫ້ເປັນມິດຕໍ່ສີ່ງແວດລ້ອມ ແລະ ຊຸມຊົນ.

       ຜ່ານການລົງກວດກາຕົວຈິງ ເຫັນວ່າ ບໍລິສັດດັ່ງກ່າວມີພື້ນທີ່ 90 ເຮັກຕ້າ ມີພະນັກງານທັງໝົດ 13 ຄົນ, ສະພາບໂດຍລວມ ແມ່ນມີງົວຢູ່ໃນຟາມ 279 ໂຕ, ແບ້ 54 ໂຕ; ບໍລິສັດໄດ້ນຳໃຊ້ນຳ້ບາດານ ແລະ ນຳ້ໃນບໍ່ນຳ້ທຳມະຊາດ ເພື່ອໃຊ້ຫົດທົ່ງຫຍ້າ, ສະພາບດ້ານຜົນກະທົບຂອງສີ່ງແວດລ້ອມຕໍ່ກັບປະຊາຊົນແມ່ນບໍ່ມີຜົນກະທົບຫຍັງ. 

        ຄະນະທີມງານ ສີ່ງແວດລ້ອມ ໄດ້ໃຫ້ຄຳແນະນຳແກ່ບໍລິສັດັ່ງນີ້: 

           - ແນະນຳໃຫ້ເຈົ້າຂອງ ບໍລິສັດ ເຮັດບົດລາຍງານແຜນການຄຸ້ມຄອງ ແລະ ຕິດຕາມກວດກາສີ່ງແວດລ້ອມສັງຄົມ ແລະ ທຳມະຊາດ ເປັນປະຈຳ 1 ປີ ຕໍ່ 2 ຄັ້ງ ແລ້ວສົ່ງໃຫ້ ຂະແໜງ ຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ;

           - ແນະນຳໃຫ້ທາງບໍລິສັດເຮັດໃບສະເໜີຂໍອະນຸຍາດນຳໃຊ້ນຳ້ ແລະ ໃຫ້ຕິດຕັ້ງກົງເຕີນຳ້ເພື່ອຕິດຕາມປະລິມານການນຳໃຊ້ນຳ້ໃຕ້ດິນ.