ໃນຕອນເຊົ້າວັນ ພະຫັດ ທີ 19 ມີນາ 2020 ຄະນະທີມງານ ຂະແໜງ ຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ສົມທົບກັບ ຂະແໜງ ອ້ອມຂ້າງ, ຫຊສ ເມືອງ ສີໂຄດຕະບອງ   ແລະ ອຳນາດການປົກຄອງບ້ານ ໃໝ່ ເມືອງ ສີໂຄດຕະບອງ ນະ ຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາມກວດກາ ໂຮງງານ ມະນີພອນ ປຣາສະຕິກ (ຕຸກຢາງ) ການລົງຊຸກຍູ້ຕິດຕາມກວດກາໃນຄັ້ງນີ້ເພື່ອໃຫ້ຜູ້ປະກອບກິດຈະການດຳເນີນຂັ້ນຕອນການຜະລິດໃຫ້ເປັນມິດຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ.

ຜ່ານການລົງຕິດຕາມກວດກາສະຖານທີ່ຕົວຈິງ ຄະນະທີມງານໄດ້ແນະນຳເຈົ້າຂອງໂຮງງານເພື່ອປັບປຸງ ແລະ ແກ້ໄຂມີດັ່ງນີ້:

- ໄດ້ແນະນຳເຈົ້າຂອງໂຮງງານຕິດຕັ້ງກົງເຕີເພື່ອຕິດຕາມປະລິມານການນຳໃຊ້ນໍ້າໃຕ້ດິນ

- ແນະນຳໃຫ້ເຈົ້າຂອງໂຮງງານຕິດຕັ້ງອຸປະກອນດູູດກິ່ນຂິວເພີ່ມຕື່ມ ແລະ ໃຫ້ຫຼຸດຜ່ອນຊົ່ວໂມງການຜະລິດເພື່ອບໍ່ໃຫ້ລົບກວນປະຊາຊົນອ້ອມຂ້າງ

- ແນະນຳໃຫ້ເຈົ້າຂອງໂຮງງານເກັບມ້ຽນສິ່ງເສດເຫຼືອ, ຫ້າມຈູດຂີ້ເຫື້ອຍ ແລະ ອານາໄມຄອງລະບາຍນໍ້າຂອງໂຮງງານໃຫ້ໄຫຼສະດວກກວ່າເກົ່າ

- ແນະນຳໃຫ້ເຈົ້າຂອງໂຮງງານສ້າງບົດລາຍງານການຈັດຕັ້ງປະຕິບັດແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ປະຈຳ 6 ເດືອນ ແລະ 1 ປີ ແລ້ວສົ່ງໃຫ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ 

 ພາຍຫຼັງຄະນະທີມງານໄດ້ປະກອບຄຳຄິດເຫັນຮ່ວມກັບເຈົ້າຂອງໂຮງງານແລ້ວ ຈຶ່ງໄດ້ສ້າງບົດບັນທຶກ ເພື່ອເປັນບ່ອນອີງໃນການລົງຕິດຕາມກວດກາໃນຄັ້ງຕໍ່ໄປ.