ໃນຕອນແລງ ເວລາ 13 ໂມງ 30 ນາທີ ວັນອັງຄານ ຂອງວັນທີ 12 ພຶດສະພາ 2020  ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດພິທີຮັບຮອງເອົາສະມາຊິກພັກສຳຮອງເລື່ອນເປັນສົມບູນ ຂອງ 4 ໜ່ວຍພັກຂະແໜງອ້ອມຂ້າງຄື:

  1. ໜ່ວຍພັກ ຂະແໜງກວດກາ
  2. ໜ່ວຍພັກ ຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ
  3. ໜ່ວຍພັກ ຂະແໜງ ຊັບພະຍາກອນໍ້າ ແລະ ອຸຕຸນິຍົມ
  4. ໜ່ວຍພັກ ຂະແໜງແຜນການ, ສະຖິຕິຂໍ້ມູນ-ຂ່າວສານ

       ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ບຸນທາມ ພຸດທະວົງສາ ກຳມະການພັກນະຄອນຫຼວງວຽງຈັນ ເລຂາຄະນະພັກຮາກຖານ ແລະ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໂດຍເຂົ້າຮ່ວມຂອງບັນດາສະຫາຍເລຂາ, ຮອງເລຂາ ແລະ ສະມາຊິກຂອງແຕ່ລະໜ່ວຍພັກອ້ອມຂ້າງຄະນະພັກຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ຢ່າງພ້ອມພຽງ