ໃນຕອນເຊົ້າ ວັນຈັນ ເວລາ 8 ໂມງ 30 ນາທີ ຂອງວັນທີ 06 ມິຖຸນາ 2020  ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມປຶກສາຫາລືກ່ຽວກັບການສ້າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (ແຕ່2020-2025) ຂອງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໂດຍການເປັນ ປະ ທານຂອງທ່ານ ບຸນທາມ ພຸດທະວົງສາ ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງມີຄະນະພະແນກ ແລະ ຄະນະຂະແໜງ 8 ຂະແໜງທີ່ຂຶ້ນກັບ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເຂົ້າຮ່ວມມີຈຳນວນ 21 ທ່ານ.