ໃນຕອນເຊົ້າວັນພຸດ ຂອງວັນທີ 22 ກໍລະກົດ 2020 ເວລາ 08 ໂມງ 30 ນາທີ ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງະຊຸມປຶກສາຫາລືວິຊາການເພື່ອຜ່ານແຜນຄຸ້ມຄອງສິ່ງແວດລ້ອມຂອງໂຄງການ ຂະຫຍາຍໂຮງງານຜະລິດນໍ້າປະປາດົງບັງ ໂດຍໃຫ້ກຽດ ເປັນປະທານ

ຂອງທ່ານ ປອ ແອງພອນ ແພງສຸວັນ ຮອງຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງມີຜູ້ເຂົ້າຮ່ວມໃນກອງປະຊຸມທັງໝົດມີ 26 ທ່ານ ຍິງ 8 ທ່ານ.