ກອງປະຊຸມປຶກສາຫາລືວຽກງານ ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ໃນເວລາ 08 ໂມງ 00 ນາທີ ຫາ 16 ໂມງ 00 ຂອງວັນຈັນ, ວັນທີ 07 ກໍລະກົດ 2020 ຄະນະນຳ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເຂົ້າຮ່ວມກອງປະຊຸມທາງໄກໂດຍ ຜ່ານລະບົບ Video Conference ທີ່ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ກຽດເປັນປະທານ ຂອງ ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຊິ່ງມີບັນດາກົມທີ່ຂຶ້ນກັບກະຊວງ
Read more: ກອງປະຊຸມປຶກສາຫາລືວຽກງານ ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ກອງປະຊຸມປຶກສາຫາລືກ່ຽວກັບການສ້າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ( ແຕ່2020-2025 )
ໃນຕອນເຊົ້າ ວັນຈັນ ເວລາ 8 ໂມງ 30 ນາທີ ຂອງວັນທີ 06 ມິຖຸນາ 2020 ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມປຶກສາຫາລືກ່ຽວກັບການສ້າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (ແຕ່2020-2025) ຂອງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໂດຍການເປັນ ປະ ທານຂອງທ່ານ ບຸນທາມ ພຸດທະວົງສາ ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງມີຄະນະພະແນກ ແລະ ຄະນະຂະແໜງ 8 ຂະແໜງທີ່ຂຶ້ນກັບ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເຂົ້າຮ່ວມມີຈຳນວນ 21 ທ່ານ.
Read more: ກອງປະຊຸມປຶກສາຫາລືກ່ຽວກັບການສ້າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ( ແຕ່2020-2025 )
ພິທີມອບໃບຍ້ອງຍໍຄຸນງາມຄວາມດີ ໃຫ້ແກ່ບໍລິສັດ ກຣິດຕິພົງກຼຸບ ຈຳກັດ ແລະ ໂຮງແຮມແລນມາກ
ໃນຕອນແລງ ວັນພະຫັດ ວັນທີ 02 ມິຖຸນາ 2020 ເວລາ 15:30 ທີ່ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດພິທີມອບໃບຍ້ອງຍໍຄຸນງາມຄວາມດີໃຫ້ແກ່ ບໍລິສັດ ກຣິດຕິພົງກຼຸບ ຈຳກັດ ແລະ ໂຮງແຮມແລນມາກ ທີ່ໄດ້ປະກອບສ່ວນສະໜັບສະໜູນປຶ້ມ ຈຳນວນ 250 ຫົວ.
Read more: ພິທີມອບໃບຍ້ອງຍໍຄຸນງາມຄວາມດີ ໃຫ້ແກ່ບໍລິສັດ ກຣິດຕິພົງກຼຸບ ຈຳກັດ ແລະ ໂຮງແຮມແລນມາກ
ທ່ານ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ລົງຢ້ຽມຢາມ ແລະ ເຮັດວຽກ ຢູ່ພາກສະໜາມ ຖະໜົນວຽງຈັນ 450 ປີ
ໃນຕອນເຊົ້າວັນພຸດ ຂອງວັນທີ 01 ກໍລະກົດ 2020 ເວລາ 08:30 ທີ່ຫ້ອງການພາກສະໜາມ ຂອງຄະນະແກ້ໄຂທີ່ດິນເຂດສະຫງວນສອງຟາກຖະໜົນວຽງຈັນ 450 ປີ (ບໍລິສັດ ກຸ່ມດວງຈະເລີນ ກໍ່ສ້າງ ຈຳກັດ), ໄດ້ຈັດກອງປະຊຸມຂຶ້ນໂດຍພາຍ ໃຕ້ການເປັນປະທານ ຂອງ ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຊີ້ນຳວຽກງານແກ້ໄຂທີ່
Read more: ທ່ານ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ລົງຢ້ຽມຢາມ ແລະ ເຮັດວຽກ ຢູ່ພາກສະໜາມ ຖະໜົນວຽງຈັນ 450 ປີ
ກອງປະຊຸມທາບທາມຄະນະພັກຮາກຖານ ພຊສ.ນວ
ໃນຕອນເຊົ້າ ວັນຈັນ ເວລາ 8 ໂມງ 00 ຂອງວັນທີ 22 ມິຖຸນາ 2020 ທີ່ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມທາບທາມເອົາບຸກຄະລາກອນ ຮອບທີ I ແລະ ຮອບທີ II ຂອງຕອນບ່າຍວັນດຽວກັນ ເພື່ອກະກຽມໃສ່ກອງປະຊຸມໃຫ່ຍຄັ້ງທີ II ຂອງຄະນະພັກຮາກຖານ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຮ່ວມກັນຂອງ ສະຫາຍ ລາດຊະນີວົງ ອະມະຣະທິທາດາ ກຳມະ ການປະຈຳພັກ, ປະທານ ຄະນະກວດກາພັກ-ປະທານ ອົງການກວດກາລັດ ນະຄອນຫຼວງວຽງຈັນ ແລະ ສະຫາຍ ບຸນທາມ ພຸດທະວົງສາ ກຳມະການພັກ ນະຄອນຫຼວງວຽງຈັນເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງມີສະມາຊິກພັກເຂົ້າຮ່ວມໃຊ້ສິດປະຊາທິປະໄຕໃນຄັ້ງນີ້ຈຳນວນ 122 ເປັນຍິງ 43 ສະ ຫາຍ.
Page 16 of 33