ໃນຕອນແລງ, ຂອງວັນຈັນ ວັນທີ 17 ມັງກອນ 2022 ເວລາ 13:30 ຢູ່ທີ່ຫ້ອງປະຊຸມ ຊັ້ນ 3 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນໄດ້ເປີດພິທີຮັບເອົາສະມາຊິກພັກສຳຮອງເລື່ອນເປັນສະມາຊິກພັກສົມບູນ 05 ສະຫາຍ ທີ່ເປັນພະນັກງານສັງ ກັດຢູ່

ຂະແໜງ ບໍລິຫານ ແລະ ການເງິນ, ຂະແໜງ ກວດກາ, ຂະແໜງ ສິ່ງແວດລ້ອມ ແລະ ປ່ຽນແປງດິນຟ້າອາກາດ ໂດຍໃຫ້ກຽດເປັນປະທານ ຂອງສະຫາຍ ບຸນຊົມ ຊົງວິໄລ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ເຊິ່ງມີຄະນະໜ່ວຍພັກ 8 ຂະແໜງທີ່ຂຶ້ນກັບຄະນະພັກຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ສະມາຊິກພັກພາຍໃນຂະແໜງ ເຂົ້າຮ່ວມທັງໝົດ 40 ສະຫາຍ ແລະ ຍິງ 15 ສະຫາຍ.