ໃນວັນສຸກ ວັນທີ 15 ພະຈິກ 2019 ຢູ່ທີ່ຫ້ອງປະຊຸມ ຂອງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະ ຄອນຫຼວງວຽງຈັນ. ໄດ້ເປີດກອງປະຊຸມ ປະເມີນແຜນກຳນົດ ພະນັກງານ ນຳພາ-ຄຸ້ມຄອງຂຶ້ນ ແລະ ກອງປະຊຸມ ເຜີຍແຜ່ເຊື່ອມຊຶມ ການຈັດຕັ້ງປະຕິບັດແຂ່ງຂັນ ຮັກຊາດ ແລະ ພັດທະນາ . ພາຍໃຕ້ການເປັນ ປະທານ ຂອງ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ. ມີຮອງຫົວໜ້າ ພະແນກ ພາຍ ໃນ, ຮອງຫົວໜ້າ ພະແນກ ພຊສ.ນວ ພ້ອມດ້ວຍ, ຫົວໜ້າຂະແໜງ, ຮອງຫົວໜ້າ ຂະແໜງ ແລະ ພະນັກງານລັດຖະກອນທັງໝົດຂອງ ພະແນກ ເຂົ້າຮ່ວມ.

       ໃນພິທີ ຄະນະຈັດຕັ້ງ ໄດ້ຂຶ້ນຜ່ານ ຈຸດປະສົງຂອງ ກອງປະຊຸມ ຈຶ່ງຕອນເຊົ້າແມ່ນ ຈະໄດ້ຮັບຟັງການຜ່ານບົດແນະນຳກ່ຽວ ກັບການປະເມີນແຜນກຳນົດ ພະນັກງານ ນຳພາ-ຄຸ້ມຄອງ ຈາກຮອງ ຫົວໜ້າ ພະແນກພາຍໃນ ນະຄອນຫຼວງວຽງຈັນ ແລະຕອນບ່າຍ ແມ່ນໄດ້ຮັບຟັງ ການເຜີຍແຜ່ ເຊື່ອມຊຶມ ການຈັດຕັ້ງປະຕິບັດ ແຂ່ງຂັນ ຮັກຊາດ ແລະພັດທະນາ ຕິດພັນກັບ ນະຄອນ ຫຼວງວຽງຈັນ ແລະ ວຽກງານ 3 ສ້າງ ຈາກ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.