ພະ​ແນ​ກ ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ນະຄອນຫຼວງ​ວຽງ​ຈັນ ອອກ​ແຮງ​ງານ​ສ້າງ​ຂະ​ບວນການ​ຕ້ອນຮັບວັນ​ສໍາຄັນ​ຕ່າງໆ​ຂອງ​ຊາດຂອງ​ພັກ ​ໂດຍ​ສະ​ເພາະ​ຕ້ອນຮັບ​ກອງ​ປະຊຸມສາມຂັ້ນ​ຂອງ​ພັກ ​ແລະ ກອງ​ປະຊຸມອົງການ​ຈັດ​ຕັ້ງ​ມະຫາຊົນຂອງ​ ພະ​ແນ​ກ ຂອງຕົນທີ່​ຈະ​ຈັດ​ຂຶ້ນ​​ໄວໆ​ນີ້ໃຫ້​ມີ​ບັນຍາກາດ​ຟົດ​ຟື້ນ ​ແລະ ​ເຕັມ​ໄປ​ດ້ວຍ ​ຄວາມ​ໝາຍ-​ຄວາມ​ສໍາຄັນ ​ຂຶ້ນ​ວັນ​ທີ 16 ພະຈິກ 2019 ຢູ່​ພະ​ແນ​ກຕົນ ມີ ​​ທ່ານ​ ແອ໋ງພອນ ​ແພງ​ສຸວັນ ຮອງ​ຫົວໜ້າ ພະ​ແນ​ກ ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ນະຄອນຫຼວງ​ວຽງ​ຈັນ ແລະ ພະນັກງານ-​ລັດຖະກອນ​ເຂົ້າ​ຮ່ວມ 150 ​ຄົນ ເຊິ່ງການ​ອອກ​ແຮງ​ງານລວມຄັ້ງ​ນີ້​ໄດ້​ພ້ອມ​ກັນ​ຕັດ​ຫຍ້າ ​ເກັບ​ຂີ້​ເຫຍື້ອ ສ້ອມ​ແຊ​ມຕົ້ນ​ໄມ້ກິນ​ໝາກ ແລະ ຕົ້ນ​ໄມ້​ປະດັບ​. (ບົດຂ່າວ ສະບາ​ໄພ ໜັງສືພິມ ວຽງຈັນໃໝ່ 18 ພະຈິກ 2019).