ໃນຕອນເຊົ້າວັນທີ 25 ພະຈິກ 2019 ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ຂອງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຝືກອົບຮົມ ແນະນໍາ ການຕົບແຕ່ງຮູບພາບ ແລະ ບົດຂ່າວລົງ ເວັບໄຊ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.

         ໂດຍແມ່ນ ທ່ານ ມີ່ງ ສີວົງໄຊ ຮອງຫົວໜ້າ ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ຜູ້ຊີ້ນໍາ ກຸ່ມວຽກ ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ເປັນປະທານໃນພິທີ, ເຊິ່ງແມ່ນ ທ່ານ ວີຈິດ ຈັນທະວົງ ຫົວໜ້າ ກຸ່ມວຽກ ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ເປັນຜູ້ແນະນໍາໃຫ້ ວິຊາການ ພາຍໃນ ຂະແໜງ ແລະ ມີຜູ້ເຂົ້າຮ່ວມທັງໝົດ: 10 ທ່ານ, ມີຍິງ 5 ທ່ານ.
         ຫົວຂໍ້ ທີ່ໄດ້ນໍາສະເໜີແນະນໍາອ້າຍນ້ອງ ວິຊາການ ມີຢູ່ 2 ຫົວຂໍ້ຄື: 1. ການຕົບແຕ່ງຮູບພາບກ່ອນຈະສົ່ງ ລົງ ເວັບໄຊ ຂອງ ພຊສ.ນວ ແລະ 2. ການສົ່ງຮູບພາບທີ່ໄດ້ຕົບແຕ່ງ ແລະ ບົດຂ່າວລົງໃນ ເວັບໄຊ ພຊສ.ນວ.
         ກອງປະຊຸມ ໄດ້ດໍາເນີນໄປເປັນເວລາ 01 ວັນເຕັມ ຈື່ງໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ, ເຊິ່ງມັນ ໄດ້ສະແດງອອກ ໃນການຝືກອົບຮົມໃນຄັ້ງນີ້ ແມ່ນສາມາດໃຫ້ ວິຊາການ ກຸ່ມວຽກ ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ສາມາດຕົບແຕ່ງຮູບ ແລະ ສົ່ງຮູບເອົາບົດຂ່າວລົງໃສ່ໃນ ເວັບໄຊ ຂອງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.
         ໃນຕອນທ້າຍ ກໍ່ຍັງໄດ້ຮັບຟັງການໂອ້ລົມຈາກ ທ່ານ ມີ່ງ ສີວົງໄຊ ຮອງຫົວໜ້າ ຂະແໜງ ແຜນການ-ສະຖິ ຕິ ແລະ ຂໍ້ມູນ-ຂ່າວສານ ຜູ້ຊີ້ນໍາ ກຸ່ມວຽກ ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ເພື່ອໃຫ້ນໍາເອົາຄວາມຮູ້ທີ່ໄດ້ຮໍ່າຮຽນມາ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ຮັບປະສິດທິຜົນສູງສຸດພ້ອມທັງໄດ້ກ່າວປິດກອງປະຊຸມຢ່າງເປັນທາງການ.