ໃນຕອນເຊົ້າຂອງວັນທີ 28 ພະຈິກ 2019 ເວລາ 9:00 ທີ່ ຫ້ອງປະຊຸມ ພະແນກ ຊັບພະຍາກອນທຳມະຊາດ  ແລະ ສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ ຊັ້ນ II ໂດຍແມ່ນ ທ່ານ ປ.ອ ແອ໋ງພອນ ແສງສຸວັນ ເປັນປະທານ ກອງປະຊູມ ປຶກສາຫາລື ດ້ານວິຊາການ.


         ເພື່ອຜ່ານ ບົດລາຍງານ ການສຶກສາຜົນກະທົບຕໍ່ສິ່ງແວດລ້ອມ ເບື່ອງຕົ້ນ ຂອງ ໂຄງການ ສາຍສົ່ງໄຟຟ້າ 115 ກວ ຕໍ່ຈາກແລວສາຍສົ່ງ ໂຄກສະອາດ-ທ່ານາແລ້ງ  ຫາ ສະຖານນີໄຟຟ້າເຂດພັດທະນາກວມລວມ ໄຊເສດຖາ, ບໍລິສັດ ຮ່ວມທຶນລາວ-ຈີນ ຈຳກັດ ທີ່ບ້ານສະພັງຄະນົງ ເມືອງ ໄຊທານີ ມີຜູ້ເຂົ້າຮ່ວມທັງໝົດ 23 ຄົນ ຍິງ 6 ທ່ານ.