ໃນຕອນເຊົ້າຂອງວັນທີ 29 ພະຈິກ 2019 ເວລາ 9:00 ໂມງ ທີ່ ບ້ານຫ້ວຍນໍ້າເຢັນ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ຮອງຫົວໜ້າ ຂະແໜງ ສິ່ງແວດລ້ອມ ພ້ອມດ້ວຍຄະນະວິຊາການ ໄດ້ລົງຊູກຍູ້ ຕິດຕາມ-ກວດກາ ວຽກງານສິ່ງແວດ ລ້ອມ ຂອງບໍລິສັດ ປູງແຕ່ງໄມ້ເພັງມູງຄູນ ແລະ ບໍລິສັດ ຟາມໝູພັນ ນາຊາຍທອງ ມີຜຸ້ເຂົ້າຮ່ວມທັງໝົດ 10 ທ່ານ ຍິງ 4 ທ່ານ ການລົງຕິດຕາມກວດກາໃນຄັ້ງນີ້ ມີນາຍບ້ານ, ບ້ານຫ້ວຍນໍ້າເຢັນ ແລະ ພະນັກງານວິຊາການ ຈາກ ຫຊສ ເມືອງນາຊາຍທອງ ແລະ ຜູ້ອຳນວຍການ ບໍລິສັດ ເຂົ້າຮ່ວມ ການລົງຊູກຍຸ້ວຽກງານຄັ້ງນີ່ແມ່ນ ໄດ້ປູກລະດົມໃຫ້ຜຸ້ປະກອບກິດຈະການ ປະຕິບັດຕາມລະບຽບກົດໝາຍ, ເພື່ອໃຫ້ຂະບວນການຜະລິດເປັນມິດຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ.

         ເວລາ 13:00 ຄະນະພ້ອມດ້ວຍທີມງານ ໄດ້ສືບຕໍ່ ລົງຕິດຕາມກວດກາວຽກງານ ສິ່ງແວດລ້ອມ ທີ່ຟາມໝູພັນ ນາຊາຍທອງ ທີ່ ບ້ານ ອີ່ໄລເໜືອ ໂດຍມີຜຸ້ເຂົ້າຮ່ວມ 10 ທ່ານ ຍິງ 4 ທ່ານ ການລົງຕິດຕາມໃນຄັ້ງນີ້ ຄະນະທີມງານ ຈາກຂະແໜງ ຕິດ ຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຂະແໜງ ນໍ້າ ແລະ ອູຕູນິຍົມ,ຂະແໜງແຜນການ,ສະຖິຕິຂໍ້ມຸນ-ຂ່າວສານ, ຂອງ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ຫຊສ ເມືອງນາຊາຍທອງ, ນາຍບ້ານ ອີ່ໄລ ແລະ ຜຸ້ອຳນວຍການບໍລິສັດ 

ຮູບພາບ ລົງຕິດຕາມວຽກງານສິ່ງແວດລ້ອມ ຂອງບໍລິສັດປັບປູງແຕ່ງໄມ້ ເພັງມູງຄູນ

ໂຮງລ້ຽງໝູ

ພາບທາງໃນ

ອ່າງບຳບັດນໍ້າເສຍ

ຮ້າງຕາກຂີ້ໝຸເເພື່ອເອົາໄປເຮັດຝູ່ນ