ໃນວັນທີ 05 ທັນວາ 2019 ນີ້ ນະຄອນຫຼວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ເງິນຄ່າຊົດເຊີຍໃຫ້ແກ່ ເຈົ້າຂອງດິນທີ່ໄດ້ຮັບຜົນກະທົບຈາກ ໂຄງການ ກໍ່ສ້າງ ທາງດ່ວນ ນະຄອນຫຼວງວຽງຈັນ ໝາຍເລກ 1 ຄັ້ງທີ 2 ໂດຍພາຍໃຕ້ການເປັນ ປະທານ ຂອງ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ.

       ໃຫ້ກຽດ ມອບ-ຮັບ ເງິນຊົດເຊີຍໃນຄັ້ງນີ້ ໂດຍແມ່ນ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າ ພະແນກ ຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ເຊິ່ງມູນຄ່າລວມການຊົດເຊີຍໃນຄັ້ງນີ້ແມ່ນ: 40.608.907.996 ກີບ, ເນື້ອທີ່ຖືກ ໂຄງການ 19 ຕອນ: 41.209 ຕາແມັດ, ລວມມີ: ບ້ານໂນນຄໍ້ເໜືອ 7 ຕອນ, ບ້ານນາແຄ 5 ຕອນ ແລະ ບ້ານໄຊ 7 ຕອນ.
       ໂຄງການ ກໍ່ສ້າງ ທາງດ່ວນວຽງຈັນ ໝາຍເລກ 1 ລວມມີ 02 ເມືອງຄື: ເມືອງໄຊເສດຖາ ຈໍານວນ 14 ບ້ານ, ເມືອງໄຊທານີ ຈໍານວນ 7 ບ້ານ (ລວມຂອບເຂດພື້ນທີ່ພັດທະນາເມືອງໄຊທານີ ເພື່ອຂະຫຍາຍທາງເຊື່ອມຕໍ່ ລະຫວ່າງ ທາງດ່ວນວຽງຈັນ ໝາຍເລກ 1 ຫາ ສະຖານີລົດໄຟ ລາວ-ຈີນ, ເຂດສາທານຸປະໂພກທີ່ອໍານວຍຄວາມສະດວກ, ເຂດພັດທະນາທີ່ຈໍາເປັນ ແລະ ພື້ນ ທີ່ຮັບຮອງກິດຈະກໍາໂຄງການ ແລະ ມີໄລຍະແລວທາງທັງໝົດ: 15,9 ກິໂລແມັດ) ແຕ່ບໍລິເວນເຂດສະເພາະບືງທາດຫຼວງ ຫາ ດົງໝາຍຄາຍ, ຕອນດິນທີ່ຖືກໂຄງການທັງໝົດ 868 ຕອນ, ມີເນື້ອທີ່ຖືກໂຄງການທັງໝົດ 293,16 ເຮັກຕາ ແລະ ລວມມູນຄ່າຊົດເຊີຍເບື້ອງຕົ້ນແມ່ນ: 353.295.706.956 ກີບ ຫຼືເທົ່າກັບ 41.564.200$.