ໃນຕອນເຊົ້າຂອງວັນພະຫັດ, ວັນທີ 05 ທັນວາ 2019 ເວລາ 8:30 ທີ່ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດ ກອງປະຊຸມ ທາບທາມ ຄັດເລືອກ ບຸກຄະລາກອນ ເພື່ອເປັນຄະນະບໍລິຫານງານ ຊາວໜຸ່ມ 

ປະຊາຊົນ ປະຕິວັດລາວ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ຊຸດໃໝ່ ໂດຍ ໃຫ້ກຽດເປັນ ປະທານ ຂອງ ທ່ານ ບຸນຊົມ ຊົງວິໄລ, ຄະນະພັກຮາກຖານ, ຮອງຫົວໜ້າ ພຊສ.ນວ ແລະ ທ່ານ ພິມພາ ຄໍາເພັງໄຊ ເລຂາ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງມີ ຮອງຫົວໜ້າ ພະແນກ, ຫົວໜ້າ ຂະແໜງ ແລະ ສໍາມະຊິກ ຊາວໝຸ່ມ ພາຍໃນ ພະແນກ ໂດຍມີຜູ້ເຂົ້າຮ່ວມທັງໝົດ 157 ຄົນ, ຍິງ 75 ຄົນ.