ໃນວັນທີ 6 ທັນວາ 2019 ນີ້ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ເຊື່ອມຊືມເອກະສານດໍາເນີນຊີວິດການເມືອງເພື່ອກ້າວເຂົ້າສູ່ການກະກຽມ ກອງປະຊຸມໃຫຍ່ຄັ້ງທີ 2 ຂອງ ຄະນະ ພັກຮາກຖານຂອງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ປະກາດການແຕ່ງຕັ້ງບົງຕົວເລຂາ, ຄະນະໜ່ວຍພັກ 8 ຂະແໜງທີ່ຂື້ນກັບ ຄະນະພັກຮາກຖານຂອງ ພຊສ.ນວ ທີ່ຫ້ອງປະຊຸມຊັ້ນ 03 ພຊສ.ນວ.

          ຄະນະຈັດຕັ້ງພະແນກ ໄດ້ຜ່ານມະຕິຕົກລົງຂອງ ຄະນະປະຈໍາພັກ ນະຄອນຫຼວງວຽງຈັນ ສະບັບເລກທີ 1113/ຄພ.ນວ , ລົງວັນທີ 29 ພະຈິກ 2019. ວ່າດ້ວຍການຍຸບເລີກ, ສ້າງຕັ້ງ ແລະ ປ່ຽນຊື່ໜ່ວຍພັກທີ່ຂື້ນກັບ ຄະນະພັກຮາກຖານຂອງ ພຊສ.ນວ, ໄດ້ຜ່ານມະຕິຕົກລົງຂອງ ຄະນະປະຈໍາພັກ ນະຄອນຫຼວງວຽງຈັນ ສະບັບເລກທີ 1114ຄພ.ນວ, ລົງວັນທີ 29 ພະ ຈິກ 2019. ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກທີ່ຂື້ນກັບ ຄະນະພັກຮາກຖານຂອງ ພຊສ.ນວ ແລະ ມະຕິຕົກລົງ ຂອງ ຄະນະພັກຮາກຖານຂອງ ພຊສ.ນວ ສະບັບເລກທີ 069/ຄພຖ.ພຊສ ນວ, ລົງວັນທີ 28 ພະຈິກ 2019. ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມດໍາເນີນກອງປະຊຸມໃຫຍ່ຄັ້ງທີ 2 ຂອງ ຄະນະພັກຮາກຖານ ພຊສ.ນວ.
        ໃນກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ເອກະສານການດໍາເນີນຊີວິດການເມືອງເພື່ອກ້າວເຂົ້າສູ່ການກະກຽມກອງປະ ຊຸມໃຫຍ່ຄັ້ງທີ 2 ຄະນະພັກຮາກຖານ ພຊສ.ນວ ຄື: ເອກະສານເສີມຂະຫຍາຍມູນເຊື້ອ ແລະ ຄວາມສາມັກຄີເປັນເອກະພາບພາຍໃນພັກ, ເອກະສານ ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ ແລະ ເອກະສານ ຕັ້ງໜ້າຝືກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດຂອງພັກ ໂດຍ ທ່ານ ບຸນມາ ເທບສົມບັດ ຮອງເລຂາ, ຮອງຫົວ ໜ້າ ພຊສ.ນວ.
       ແລະ ສຸດທ້າຍກໍ່ຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ບຸນທາມ ພຸດທະວົງສາ ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກ   ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຍົກໃຫ້ເຫັນ ຄວາມໝາຍ-ຄວາມສໍາຄັນຂອງພັກ ແລະ ການຊີ້ນໍາ-ນໍາພາ ຂອງ ພັກປະຊາຊົນ ປະຕິວັດລາວ ໃນທຸກໆວຽກງານ. 
ຈາກນັ້ນຄະນະຈັດຕັ້ງພິທີຈື່ງໄດ້ກ່າວປິດກອງປະຊຸມ ແລະ ເຊີນສະມາຊິກພັກພ້ອມດ້ວຍພະນັກງານພາຍໃນ ພຊສ.ນວ ເຂົ້າຮ່ວມແຂ່ງຂັນກິລາເປຕັ່ງ ເພື່ອຊິງຂັນ ຄະນະພັກຮາກຖານ ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.