ໃນຕອນເຊົ້າວັນທີ 11 ກັນຍາ 2020 ທີ່ຫ້ອງປະຊຸມຊັ້ນ 03 ພະແນກ ຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດ ກອງປະຊຸມໃຫຍ່ ຄັ້ງທີ II ຄະ ນະພັກຮາກຖານ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສີ່ງ ແວດລ້ອມ ນະຄອນ ຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານ ສະຫາຍ ອາດສະພັງທອງ ສີພັນດອນ ຄະ ນະປະຈໍາພັກ ນະຄອນຫຼວງວຽງຈັນ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ໂດຍມີ ສະ ຫາຍ ນ. ດໍາດວນ ຈັນທະວົງ ຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະພັກຮາກຖານ ພຊສ.ນວ ພ້ອມດ້ວຍສະມາຊິກພັກທັງໝົດພາຍໃນ ພຊສ.ນວ ເຂົ້າຮ່ວມທັງ ໝົດຈໍານວນ 114 ສະຫາຍ ແລະ ຍັງມີແຂກຖືກເຊີນເຂົ້າຮ່ວມທັງໝົດ 27 ສະຫາຍ. ເຊິ່ງກອງປະຊຸມໄດ້ດໍາເນີນໄປເປັນເວລາ 01 ວັນເຕັມ, ໄດ້ມີສະມາຊິກພັກລົງສະໝັກຄະນະພັກຮາກຖານຈໍານວນ 09 ສະຫາຍ ແລະ ເລື່ອກໄດ້ 07 ສະຫາຍຄື:
1. ສະຫາຍ ບຸນຊົມ ຊົງວິໄລ ເປັນເລຂາ
2. ສະຫາຍ ປອ ແອງພອນ ແພງສຸວັນ ເປັນຮອງເລຂາ ທັງເປັນປະທານກວດກາ
3. ສະຫາຍ ຄໍາຕັນ ແກ້ວຫາວົງ ເປັນຮອງປະທານກວດກາ ພ້ອມດ້ວຍ ສະຫາຍ ບຸນນໍາ ອິນທະວົງ ເປັນຮອງປະທານກວດກາ
4. ສະຫາຍ ບຸນທະວີ ສີທຸມທອງ ເປັນຄະນະ
5. ສະຫາຍ ນາງ ລົດຈະນາ ພວງມະນີວົງ ເປັນຄະນະ
6. ສະຫາຍ ຜາວັນ ສີຫາລາດ ເປັນຄະນະ
7. ສະຫາຍ ສີວິໄຊ ສາລີວັນ ເປັນຄະນະ
ນອກຈາກນີ້ ກອງປະຊຸມ ຍັງໄດ້ເລືອກຜູ້ແທນເຂົ້າຮ່ວມ ກອງປະຊຸມ ອົງຄະນະພັກ ນະຄອນຫຼວງວຽງຈັນ ທີ່ຈະໄດ້ຈັດຂື້ນໃນໄວໆນີ້ເຊິ່ງສາມາດເລືອກໄດ້ຜູ້ແທນເຂົ້າຮ່ວມຈໍານວນ 05 ສະຫາຍ.