ໃນຕອນແລງ ຂອງວັນທີ 25 ກັນຍາ 2020 ເວລາ 13 ໂມງ 30 ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດພິທີ ເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ ແລະ ຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວສະໄໝສຳຮອງ ໂດຍໃຫ້ກຽດເປັນປະທານ ຂອງສະຫາຍ

ບຸນຊົມ ຊົງວິໄລ ເລຂາຄະນະພັກຮາກຖານ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໃນນັ້ນໄດ້ຮັບມະຕິຕົກລົງມະຫາຊົນກ້າວໜ້າ 13 ສະຫາຍ ແລະ ຮັບສະມາຊິກພັກສົມບູນ 01 ສະຫາຍ ລວມທັງໝົດ 14 ສະຫາຍທີ່ຢູ່ໃນຂະແໜງ ທີ່ດິນ, ຂະແໜງບໍລິຫານ-ການເງິນ ແລະ ຂະແໜງ ກວດກາ ເຊິ່ງມີສະມາຊິກພັກ 3 ຂະແໜງ ແລະ ຄະນະໜ່ວຍພັກ 8 ຂະແໜງເຂົ້າຮ່ວມເປັນຈຳນວນທັງໝົດ 76 ສະຫາຍ ແລະ ຍິງ 30 ສະຫາຍ.