ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ໃນນາມຜູ້ຊີ້ນໍາ ຄະນະຮັບຜິດຊອບແກ້ໄຂບັນ ຫາທີ່ດິນຢູ່ເຂດສະຫງວນສອງຟາກຖະໜົນວຽງຈັນ 450 ປີ ໄດ້ລົງຊຸກຍູ້ຕິດຕາມການແກ້ໄຂບັນຫາທີ່ດິນຢ່ເຂດສະຫງວນສອງຟາກຖະໜົວຽງຈັນ 450 ປີ ຢູ່ ຫ້ອງການ ກອງເລຂາ ແລະ ໜ່ວຍງານວິຊາການ ປະຈໍາສະໜາມ.

ໃນຕອນແລງວັນພຸດ, ວັນທີ 21 ຕຸລາ 2020 ທ່ານ ອາດສະພັງທອງ ສີພັນດອນ ໄດ້ລົງຊີ້ນໍາ ຄະນະຮັບຜິດຊອບແກ້ໄຂບັນຫາທີ່ ດິນຢູ່ເຂດສະຫງວນສອງຟາກຖະໜົນວຽງຈັນ 450 ປີ ພ້ອມທັງໄດ້ລົງກວດກາເບິ່ງດິນຕົວຈິງຢູ່ແຄມຖະໜົນວຽງຈັນ 450 ປີ ໂດຍມີ ທ່ານ ສີລິລາດທົງສິນ ທອງເພັງ ຫົວໜ້າ ພະແນກ ການເງິນ ນະຄອນຫຼວງວຽງຈັນ ໃນນາມ ຫົວໜ້າ ຄະນະຮັບຜິດ ຊອບແກ້ໄຂບັນຫາທີ່ດິນຢູ່ເຂດສະຫງວນສອງຟາກຖະໜົນວຽງຈັນ 450 ປີ, ມີຫົວໜ້າ ຫ້ອງວ່າການ ນະຄອນຫຼວງວຽງຈັນ, ຮອງເຈົ້າເມືອງໄຊທານີ, ຮອງເຈົ້າເມືອງໄຊເສດຖາ, ຮອງຫົວໜ້າ ພະແນກຊັບພະຍາອນທໍາມະຊາດ ແລະ ສິ່ງແວດລ້ອມ ນະ ຄອນຫຼວງວຽງຈັນ ພ້ອມດ້ວຍຄະນະເຂົ້າຮ່ວມທັງໝົດ 21 ທ່ານ.