ໃນຕອນເຊົ້າວັນເສົາຂອງວັນທີ 17 ຕຸລາ 2020 ເວລາ 8:30 ທີ່ສະໂມສອນໃຫ່ຍຂອງ ເມືອງໄຊທານີ ໄດ້ເປີດພິທີ ໂຄງການວຽງຈັນສະອາດ: ຊ່ວຍກັນຫຼຸດຜ່ອນການນຳໃຊ້ຖົງຢາງພຣາສຕິກ ຢູ່ນະຄອນຫຼວງວຽງຈັນ, ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ

ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນະຄອນຫຼວງວຽງຈັນ, ທ່ານ ສົມມາດ ພົລເສນາ ລັດຖະມົນຕີ ກະຊວງ ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ, ຄະນະພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ພະນັກງານວິຊາການ ແລະ ຮ້າງຮ້ານຊຸບເປີມາກເກັດ, ຕະຫຼາດຈຳນວນໜຶ່ງທີ່ເຂົ້າຮ່ວມໂຄງການ, ຈຸດປະສົງຂອງການເປີດໂຄງ ການໃນຄັ້ງນີ້ກໍ່ເພື່ອສົ່ງເສີມການປົກປັກຮັກສາສິ່ງແວດລ້ອມໃຫ້ຍືນຍົງ.