ໃນຕອນແລງຂອງວັນສຸກ ທີ 23 ຕຸລາ 2020 ທີ່ຫ້ອງປະຊຸມຊັ້ນ 03 ພະແນກ ຊັບພະຍາກອນທໍາມະຊາດ ແລະ ສີ່ງແວດ ລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດພິທີມອບ-ຮັບເງິນຕິດຕາມກວດກາ ແລະ ຄຸ້ມຄອງສິ່ງແວດລ້ອມ ປະຈຳປີ 2020 ຈາກ ບໍລິ ສັດ 5 ເອັນພລັສ໌ ລາວອິນດັດສ໌ທຣຽນ ຣີຊອດສ໌ ຈຳກັດຜູ້ດຽວ ໂດຍປະຕິບັດພັນທະທີ່ໄດ້ລະບຸໄວ້ໃນ

ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ໃຫພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ຈຳນວນ 3.600 ໂດລາສະຫາລັດ ເຊິ່ງພິທີ ມອບ- ຮັບ ເງິນດັ່ງກ່າວໄດ້ຈັດຂຶ້ນທີ່ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງມອບໂດຍທ່ານ ຈ່າເຣດ ຄາບາບາ ບໍລິສັດ 5 ເອັນພລັສ໌ ລາວອິນດັດສ໌ທຣຽນ ຣີຊອດສ໌ ຈຳກັດຜູ້ດຽວ  ພ້ອມດ້ວຍຄະນະບໍລິຫານ ຂອງໂຮງງານ ແລະ ຮັບໂດຍ ທ່ານ ປອ ແອງພອນ ແພງສຸວັນ ຮັກສາການ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງມີຄະນະພະແນກ, ຫົວໜ້າຂະ ແໜງ 8 ຂະແໜງ ແລະ ພະນັກງານພາຍໃນພະແນກເຂົ້າຮ່ວມ ຈຳນວນ 21 ທ່ານ ຍິງ 10 ທ່ານ, ເຊິ່ງຈຸດປະສົງໃນການ ມອບ - ຮັບເງິນໃນຄັ້ງນີ້ແມ່ນເປັນການປະກອບສ່ວນພັນທະໃນການປົກປັກຮັກສາສິ່ງແວດລ້ອມ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານວິຊາການ ໃນຂົງເຂດຂະແໜງຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ເວົ້າລວມ, ເວົ້າສະເພາະແມ່ນການຕິດຕາມ ຕາມກົນໄກຄຸ້ມຄອງນໍາໃຊ້ຊັບພະຍາກອນທຳມະຊາດ ແລະ ການພັດທະນາ ແບບຍືນຍົງໄປຕາມທິດ ສີຂຽວ, ສະອາດ, ງາມຕາ ທີ່ລັດຖະບານວາງອອກ