ໃນຕອນເຊົ້າ, ວັນພຸດ ຂອງວັນທີ 08 ທັນວາ 2021 ເວລາ 08 ໂມງ 00 ນາທີ ກົມແຜນການ ແລະ ການເງິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງຊຸກຍູ້ແນະນຳການສ້າງແຜນງົບປະມານ,ການສ້າງແຜນກິດຈະກຳຂອງ ໂຄງການ ຕິດຕາມກວດກາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງມີຜູ້ເຂົ້າ ຮ່ວມທັງໝົດມີ 13 ທ່ານ ຍິງ 01 ທ່ານ