ໃນຕອນເຊົ້າຂອງວັນພຸດ, ວັນທີ 4 ທັນວາ 2019 ເວລາ 8:30 ທີ່ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ນະຄອນຫຼວງວຽງຈັນ ໄດ້ກອງປະຊຸມມາບທາມ, ຄັດເລືອກເອົາບຸກຄະລາກອນ ເຂົ້າເປັນ ຄະນະບໍລິຫານງານ ສະຫະພັນແມ່ຍິງ ຊຸດໃໝ່ ຂອງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະ ຄອນຫຼວງວຽງຈັນ, ໂດຍໃຫ້ກຽດເປັນ ປະ ທານ ຂອງ ທ່ານ  ບຸນລັດ ສຸດທະວົງ ຄະນະພັກຮາກຖານ ແລະ ທ່ານ ນາງ ຈັນສຸກ ບົວລະວັນ ຮັກສາການ ປະທານ ສະຫະ ພັນແມ່ຍິງ ພ້ອມສະມາຊິກແມ່ຍິງ ພາຍໃນພະແນກເຂົ້າຮ່ວມທັງໝົດ.