ພຊສ ນວ ລົງຊຸກຍູ້ ຕິດຕາມກວດກາວຽກງານສິ່ງແວດລ້ອມ ຂອງບໍລິສັດແວດໂຊລາວ ຈຳກັດຜູ້ດຽວ
ໃນຕອນເຊົ້າຂອງວັນທີ 04 ມີນາ 2020 ຂະແໜງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບ ຂະແໜງອ້ອມຂ້າງ, ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ໄຊເສດຖາ ແລະ ອຳນາດການປົກຄອງບ້ານ ໂຊກໄຫຍ່, ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາມກວດກາບໍລິສັດ ແວດໂຊລາວ ຈຳກັດຜູ້ດຽວ ເພື່ອເຮັດໃຫ້ເຈົ້າຂອງບໍລິສັດດຳເນີນຂະບວນການໃນການຜະລິດ ເປັນມິດຕໍ່ສີ່ງແວດລ້ອມ ແລະ ຊຸມຊົນ.
Read more: ພຊສ ນວ ລົງຊຸກຍູ້ ຕິດຕາມກວດກາວຽກງານສິ່ງແວດລ້ອມ ຂອງບໍລິສັດແວດໂຊລາວ ຈຳກັດຜູ້ດຽວ
ເຜີຍແຜ່ຄຳສັ່ງຫ້າມຈູດຂີ້ເຫຍື້ອຊະຊາຍ ເມືອງ ໄຊທານີ
ໃນຕອນເຊົ້າຂອງວັນພຸດ ວັນທີ 04 ມີນາ 2020 ທີ່ ຫ້ອງວ່າການ ປົກຄອງ ເມືອງໄຊທານີ ໄດ້ເປີດກອງປະຊຸມເຜີຍແຜ່ຄຳສັ່ງ ເຈົ້າຄອງ ນະຄອນຫຼວງວຽງຈັນ ສະບັບ ເລກທີ 001/ຈນວ, ລົງວັນທີ 07 ກຸມພາ 2020. ວ່າດ້ວຍຫ້າມຈູດຂີ້ເຫຍື້ອຊະຊາຍ ໂດຍໃຫ້ກຽດເປັນ ປະທານ ຂອງທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງ ເມືອງ ໄຊທານີ ຮ່ວມກັບ ທ່ານ ປອ ແອ໋ງພອນ ແພງສຸວັນ ຮອງຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊີ່ງມີພະນັກງານຫຼັກແຫຼ່ງຫ້ອງການອ້ອມຂ້າງ ແລະ ບ້ານທົ່ວເມືອງໄຊທານີ ເຂົ້າຮ່ວມ.
ພຊສ,ນວ ລົງຊຸກຍູ້ຕິດຕາມກວດກາ ບໍລິສັດ ເຄທີຟາມ
ໃນຕອນເຊົ້າຂອງວັນທີ 02 ກຸມພາ 2020 ຂະແໜງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ສົມທົບກັບຂະແໜງອ້ອມຂ້າງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ເມືອງ ນາຊາຍທອງ ແລະ ອຳນາດການປົກຄອງບ້ານ ນາງ່າ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາມກວດກາ ບໍລິສັດ ເຄທິຟາມ ເພື່ອໃຫ້ທາງບໍລິສັດດຳເນີນກິດຈະການໃຫ້ເປັນມິດຕໍ່ສີ່ງແວດລ້ອມ ແລະ ຊຸມຊົນ.
ກອງປະຊຸມເຜີ່ຍແຜ່ກ່ຽວກັບການຫ້າມຈູດຂີ້ເຫຍື້ອຊະຊາຍ
ໃນຕອນເຊົ້າຂອງ ວັນທີ 26 ກຸມພາ ປີ 2020 ພະແນກ ຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ນະຄອນຫລວງວຽງ ຈັນ, ໄດ້ສົມທົບກັບ ອົງການ ປົກຄອງ ເມືອງ ແລະ ອຳນາດການ ປົກຄອງບ້ານ ໃດຮັບການເຜີ່ຍແຜ່ຄຳສັ່ງ ທ່ານ ເຈົ້າຄອງ ນະຄອນ ຫລວງວຽງຈັນ, ເລກທີ 001/ຈນວ ລົງວັນທີ 07 ກຸມພາ ວ່າດ້ວຍການຫ້າມຈູດຂີ້ເທຍື້ອຊະຊາຍໃຫ້ກຽດເປັນ ປະທານ ຮ່ວມປະຊຸມ ໃນຄັ້ງນີ້ໂດຍ ທ່ານ ປອ ແອ໋ງພອນ ແພງສຸວັນ ຮອງຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງ ຈັນ, ສົມທົບກັບ ທ່ານ ດາວັນ ທົນນະວົງສາ ຮອງເຈົ້າເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນ,ໂດຍເຂົ້າຮ່ວມກັບບັນດາພະນັກງານຫລັກແຫລ່ງ ແລະ ຫ້ອງການ ອ້ອມຂ້າງສົມທົບກັບເມືອງ ເຊີ່ງປະກອບມີຈຳນວນທັງໝົດ 52 ທ່ານ ເປັນຍີງ 13 ທ່ານເຂົ້າຮ່ວມ.
ເຜີຍແຜ່ຄຳສັ່ງຫ້າມຈູດຂີ້ເຫຍື້ອຊະຊາຍທີ່ເມືອງສັງທອງ
ໃນຕອນເຊົ້າ ຂອງວັນທີ 03 ມີນາ 2020 ທີ່ ຫ້ອງວ່າການ ປົກຄອງ ເມືອງສັງທອງ ໄດ້ເຜີຍແຜ່ຄຳສັ່ງຂອງ ເຈົ້າຄອງ ນະຄອນຫຼວງວຽງຈັນ ສະບັບ ເລກທີ 001/ຈນວ, ລົງວັນທີ 7 ກຸມພາ 2020 ວ່າດ້ວຍ ການຫ້າມຈູດຂີ້ເຫຍື້ອຊະຊາຍ ໂດຍໃຫ້ກຽດເປັນປະທານ ທ່ານ ບົວຄຳ ສີສົງຄາມ, ຮອງເຈົ້າເມືອງ ເມືອງສັງທອງ ຮ່ວມກັບ ທ່ານ ປອ ແອ໋ງພອນ ແພງສຸວັນ ຮອງຫົວໜ້າ ພະແນກ ຊັບ ພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊີ່ງມີພະນັກງານຫຼັກແຫຼ່ງ ຫ້ອງການອ້ອມຂ້າງ ແລະ ບ້ານທົ່ວເມືອງ ມີທັງໝົດ 72 ທ່ານ, ຍິງ 13 ທ່ານ.
Page 22 of 33