ໃນວັນທີ 13-14  ຕຸລາ 2020 ທີ່ຫ້ອງປະຊຸມຊັ້ນ 03 ພະແນກ ຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດ ກອງປະຊຸມຝຶກອົບຮົມກ່ຽວກັບຄວາມຮູ້ພື້ນຖານໃນການກວດກາຄຸນນະພາບນໍ້າພາກສະໜາມ ແລະ ວິໄຈນໍ້າ ໃຫ້ພະນັກງານວິຊາການຂະແໜງສິ່ງແວດ

ລ້ອມ ແລະ ປ່ຽນແປງດິນຟ້າອາກາດ, ຂະແໜງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຂະແໜງ ແຜນການ, ສະຖິຕິ ຂໍ້ມູນ-ຂ່າວສານ ແລະ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 9 ເມືອງ ແລະ ບ້ານທີ່ນອນຢູ່ເປົ້າໝາຍໂຄງການ ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ປອ ແອງພອນ ແພງສຸວັນ ຮັກສາການ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໃນນັ້ນມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 30 ທ່ານ ຍິງ 13 ທ່ານ ສຳລັບນັກວິທະຍາກອນທີ່ຂຶ້ນຫ້ອງຝຶກອົບຮົມໃນຄັ້ງນີ້ແມ່ນ ທ່ານ ປອ ເພັງໄຊ ດີວັນໄຊ ອາຈານຈາກມະມາວິທະຍາໄລແຫ່ງຊາດ ແລະ ວິຊາການຈາກຂະແໜງ ຊັບພະຍາກອນນໍ້າ