ໃນຕອນເຊົ້າ, ຂອງວັນທີ 27 ພະຈິກ 2020 ທີ່ພະແນກ ຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມເຜີຍແຜ່ປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ

ວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ  ແລະ ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ປະ ຈຳປີ 2020 ໂດຍໃຫ້ກຽດເປັນປະທານຂອງທ່ານ ບຸນຊົມ ຊົງວິໄລ ຄະນະພັກນະຄອນຫຼວງ, ເລຂາຄະນະພັກຮາກຖານ, ຮອງຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 134 ທ່ານ ຍິງ 55 ທ່ານD