ໃນຕອນແລງ, ວັນຈັນ ຂອງວັນທີ 16 ສິງຫາ 2021 ເວລາ 13 ໂມງ 30 ທີ່ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານມະຕິການສ້າງຕັ້ງກອງທຶນຂອງ ຄະນະພັກນະຄອນ ຫຼວງວຽງຈັນ ແລະ ໄດ້ມອບໃບຢັ້ງຢືນຮັບຮອງເອົາໜ່ວຍພັກ.

ປອດໃສ, ເຂັ້ມແຂງ ໜັກແໜ້ນ ໃຫ້ແຕ່ລະໜ່ວຍພັກ, ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ບຸນຊົມ ຊົງວິໄລ ກຳມະການພັກນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະ ຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງ ເຊິ່ງມີບັນດາຄະນະພັກຮາກຖານ, ຄະນະພະ ແນກ ແລະ ເລຂາ, ຮອງເລຂາໜ່ວຍພັກ 8 ຂະແໜງ ທີ່ຂຶ້ນກັບຄະນະພັກຮາກຖານ ເຂົ້າຮ່ວມທັງໝົດຈຳນວນ 28 ສະຫາຍ, ເປັນຍິງ 8 ສະຫາຍ