ໃນຕອນເຊົ້າ ຂອງວັນສຸກ ວັນທີ 07 ມັງກອນ  2022 ເວລາ 08:00 ນາທີ ຢູ່ທີ່ຫ້ອງປະຊຸມ ຊັ້ນ 3 ຂອງ ພະແນກຊັບພະ ຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຊົມ ຊົງວິໄລ ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ. ເຊິ່ງມີ ຫົວໜ້າຫ້ອງວ່າການ ນະຄອນຫຼວງ

ວຽງຈັນ, ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ, ຫົວໜ້າກົມ ທີ່ດິນ, ຫົວໜ້າສ່ວຍສາອາກອນນະຄອນຫຼວງວຽງ ຈັນ, ຫົວໜ້າຂະແໜງ ຊັບສິນ ນະຄອນຫຼວງວຽງຈັນ, ຫົວໜ້າຫ້ອງການສ່ວຍສາອາກອນເມືອງ 9 ເມືອງ, ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 9 ເມືອງ ເຂົ້າຮ່ວມທັງໝົດມີ 27 ທ່ານ ຍິງ 03 ທ່ານ. ພາຍໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຄົ້ນຄ້ວາ, ປຶກສາຫາລືເປັນເອກະພາບກ່ຽວກັບການຈັດຕັ້ງປະຕິບັດການນຳໃຊ້ຫົວໜ່ວຍປະເມີນລາຄາທີ່ດິນທົ່ວ ນະ ຄອນຫຼວງວຽງຈັນ ເພື່ອເປັນພື້ນຖານການຄິດໄລ່ຄ່າທຳນຽມຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງສິດນຳໃຊ້ທີ່ດິນ, ອາກອນລາຍໄດ້ຈາກທີ່ດິນ ແລະ ການປະຕິບັດນະໂຍບາຍຫັນສິດນຳໃຊ້ທີ່ດິນຂອງລັດມາເປັນສິດນຳໃຊ້ທີ່ດິນຂອງບຸກຄົນແນ່ໃສ່ຮັບ ປະກັນຄວາມໂປ່ງໃສ, ເປັນທຳ ແລະ ຕິດຕາມກວດກາການເກັບລາຍຮັບຈາກທີ່ດິນ, ປະກອບສ່ວນສ້າງລາຍຮັບເຂົ້າງົບປະມານແຫ່ງລັດ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຫຼວງວຽງຈັນ, ການປະເມີນລາຄາທີ່ດິນແມ່ນການກຳນົດມູນຄ່າທີ່ດິນແຕ່ລະເຂດຢູ່ໃນແຕ່ລະທ້ອງຖິ່ນໂດຍອີງໃສ່ຈຸດພິເສດທາງດ້ານທີ່ຕັ້ງພູມສັນຖານ, ໂຄ່ງລາງພື້ນຖານ ແລະ ລະດັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ.