ໃນຕອນເຊົ້າວັນທີ 13 ມີນາ 2020 ຄະນະທີມງານ ຂະແໜງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບ ກັບຂະແໜງອອ້ມຂ້າງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ສີໂຄດຕະບອງ ແລະ ອຳນາດການປົກຄອງບ້ານ ໃໝ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາມກວດກາ ບໍລິສັດ ບໍລິສັດປີໂປທາວ ຜະລິດຢາງປຣາສະຕິກ ເພື່ອໃຫ້ ຜູ້ປະກອບກິດຈະການດຳເນີນຂັ້ນຕອນການຜະລິດໃຫ້ເປັນມິດຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ. 

 

 

 ໃນຕອນເຊົ້າວັນທີ 13 ມີນາ 2020 ຄະນະທີມງານ ຂະແໜງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບຂະແໜງອອ້ມຂ້າງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ສີໂຄດຕະບອງ ແລະ ອຳນາດການປົກຄອງບ້ານ ໃໝ່ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາມກວດກາ ບໍລິສັດ ບໍລິສັດປີໂປທາວ ຜະລິດຢາງປຣາສະຕິກ ເພື່ອໃຫ້ຜູ້ປະກອບກິດຈະການດຳເນີນຂັ້ນຕອນການຜະລິດໃຫ້ເປັນມິດຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ. 

ຜ່ານການລົງຕິດຕາມກວດກາຕົວຈິງ ຄະນະທີມງານວິຊາການໄດ້ແນະນຳທາງບໍລິສັດ ມີດັ່ງນີ້:

  • ແນະນຳໃຫ້ທາງບໍລິສັດເອົາໃຈໃສ່ກ່ຽວກັບການພັກເຊົາຂອງກຳມະກອນເຂົ້າ-ອອກໃຫ້ແຈ້ງອຳນາດການປົກຄອງບ້ານຕາມລະບຽບການ ແລະ ໃຫ້ເອົາໃຈໃສ່ກ່ຽວກັບການການບຳບັດອ່າງນໍ້າເລື້ອຍໆບໍ່ໃຫ້ເກີດເປັນແຫຼ່ງເພາະພັນຍຸງລາຍ.
  • ແນະນຳໃຫ້ບໍລິສັດຕິດຕັ້ງກົງເຕີນໍ້າເພື່ອຕິດຕາມປະລິມານການນຳໃຊ້ນໍ້າໃຕ້ດິນ.
  • ແນະນຳໃຫ້ທາງບໍລິສັດເຮັດບົດລາຍງານການຈັດຕັ້ງປະຕິບັດແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມສັງຄົມທຳມະຊາດ ເປັນປະຈຳ6 ເດືອນ ແລະ 1 ປີ ສົ່ງໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ.
  • ແນະນຳໃຫ້ທາງບໍລິສັດປະກອບເອກະສານຂໍອອກໃບຢັ້ງຢືນສິ່ງແວດລ້ອມຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.

   ຫຼັງຈາກນັ້ນຄະນະທີມທາງຈຶ່ງໄດ້ສ້າງບົດບັນທຶກຮ່ວມກັບບໍລິສັດ ເພື່ອເປັນບ່ອນອີງໃນການລົງຕິດຕາມຄັ້ງຕໍ່ໄປ.

   ໃນຕອນເຊົ້າວັນທີ 13 ມີນາ 2020 ຄະນະທີມງານ ຂະແໜງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບຂະແໜງອອ້ມຂ້າງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ນາຊາຍທອງ ແລະ ອຳນາດການປົກຄອງບ້ານ ດົງຫຼວງ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາມກວດກາ ບໍລິສັດ ມ໋ອງໂດຢາກິລາວ ຈຳກັດ ( ຊາກຸລະ ) ເພື່ອໃຫ້ຜູ້ປະກອບກິດຈະການດຳເນີນຂັ້ນຕອນການຜະລິດໃຫ້ເປັນມິດຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ. 

    ໃນຕອນເຊົ້າວັນ ພະຫັດ ທີ 19 ມີນາ 2020 ຄະນະທີມງານ ຂະແໜງ ຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ສົມທົບກັບ ຂະແໜງ ອ້ອມຂ້າງ, ຫຊສ ເມືອງ ສີໂຄດຕະບອງ   ແລະ ອຳນາດການປົກຄອງບ້ານ ໃໝ່ ເມືອງ ສີໂຄດຕະບອງ ນະ ຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາມກວດກາ ໂຮງງານ ມະນີພອນ ປຣາສະຕິກ (ຕຸກຢາງ) ການລົງຊຸກຍູ້ຕິດຕາມກວດກາໃນຄັ້ງນີ້ເພື່ອໃຫ້ຜູ້ປະກອບກິດຈະການດຳເນີນຂັ້ນຕອນການຜະລິດໃຫ້ເປັນມິດຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ.

        ໃນຕອນເຊົ້າຂອງວັນພຸດ ວັນທີ 18 ມີນາ 2020 ເລວາ 9:30 ຂະແໜງ ຕິດຕາມ ກວດກາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບຂະແໜງອອ້ມຂ້າງ ຂອງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອຫຼວງວຽງຈັນ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງນາຊາຍທອງ ແລະ ອຳນາດການປົກຄອງບ້ານ ອີ່ໄລໃຕ້ ເມືອງນາຊາຍ ທອງ ນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາມກວດກາ ບໍລິສັດ ລາວຊຽງຊີ ເປເປີ ຄອນເທັນເນີ ຈຳກັດຜູ້ດຽວ ເພື່ອໃຫ້ຜູ້ປະກອບກິດຈະ ການດຳເນີນຂັ້ນຕອນການຜະລິດ ໃຫ້ເປັນມິດຕໍ່ສິ່ງແວດລ້ອມ ແລະ ຊຸມຊົມ.

Subcategories