ໃນຕອນເຊົ້າຂອງວັນທີ 24 ກຸມພາ 2020 ຄະນະທີມງານສິ່ງແວດລ້ອມ ພຊສ ນ.ວ ສົມທົບກັບ ຂະແໜງອ້ອມຂ້າງ, ຫຊສ ເມືອງ ນາຊາຍທອງ ແລະ ອຳນາດການປົກຄອງ ບ້ານນາທ່ອນ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ໄດ້ລົງແກ້ໄຂບັນຫາມົນລະພິດ ຂອງ ບໍລິສັດ ຍົມມະນີ ຜະລິດຢາງປຣາສະຕິກ ຈຳກັດ  ຄະນະທີມງານໄດ້ລົງແກ້ໄຂບັນຫາກິ່ນຂິ່ວທາງອາກາດຢ່າຮຸ່ນແຮງ ທີ່ເກີດຈາກຂະບວນ ການຜະລິດ ແລະ ດຳເນີນກິດຈະການ 

          ໃນຕອນເຊົ້າຂອງວັນທີ 25 ກຸມພາ 2020 ຄະນະທີມງານ ຂະແໜງ ຕິດຕາມກວດກາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ພຊສ.ນວ ສົມທົບ ກັບ ຂະແໜງອ້ອມຂ້າງ, ຫຊສ ເມືອງ ໄຊທານີ ແລະ ອຳນາດການປົກຄອງ ບ້ານສະພັງຄະນົງ, ເມືອງໄຊທານີ ນະຄອນຫຼວງວຽງຈັນ

    ໃນຕອນເຊົ້າຂອງວັນທີ 21 ກຸມພາ 2020 ຢູ່ທີ່ຫ້ອງວ່າການປົກຄອງ ເມືອງ ຫາດຊາຍຟອງ ໄດ້ຈັດກອງປະຊຸມເຜີຍແຜ່ຄຳສັ່ງເຈົ້າຄອງ ນະຄອນຫຼວງວຽງຈັນເລກທີ 001/ຈນ, ລົງວັນທີ 7 ກຸມພາ 2020 ວ່າດ້ວຍ ຫ້າມຈູດຂີ້ເຫື້ອຍຊະຊາຍ ໂດຍເຂົ້າຮ່ວມເປັນປະທານ ທ່ານ ຄຳແກ່ວງ ດວງພະຈັນ ຮອງເຈົ້າເມືອງ ຫາດຊາຍຟອງ ແລະ ທ່ານ ປອ ແອ່ງພອນ ແພງສຸວັນ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໃນນັ້ນມີອຳນາດການປົກຄອງ 06 ບ້ານ ແລະ ປະຊາຊົນຈຳນວນໜຶ່ງເຂົ້າຮ່ວມ.

     ໃນຕອນເຊົ້າ ຂອງວັນທີ 21 ກຸມພາ 2020 ຄະນະທີມງານຂະແໜງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມສົມທົບກັບຂະໜງອ້ອມຂ້າງ, ຫຊສ ເມືອງ ໄຊທານີ ແລະ ອຳນາດການປົກຄອງບ້ານ ໜອງໂນ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາມກວດກາ ບໍລິສັດໄຮນິເກັນ ເພື່ອໃຫ້ຜູ້ປະກອບກິດຈະການດຳເນີນການຜະລິດໃຫ້ເປັນມິດຕໍ່ສິ່ງແວດລ້ອມ ແລະ ສັງຄົມ

       ໃນຕອນເຊົ້າຂອງວັນທີ 20 ກຸມພາ 2020 ຂະແໜງຕິດຕາມກວດກາຊັບພະຍາກອນຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບຄະນະທີມງານຂະແໜງອອ້ມຂ້າງ, ຫຊສ ເມືອງ ໄຊທານີ ແລະ ອຳນາດການປົກຄອງບ້ານ ນາຜາສຸກ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາມກວດກາວຽກງານສິ່ງແວດລ້ອມ ຂອງບໍລິສັດວິດສໂປຊິວິດ ຈຳກັດ ເພື່ອເກັບກຳຂໍ້ມູນສະພາບການດຳເນີງານຕົວຈິງ ນຳມາເປັນບ່ອນອີງໃນການວາງມາດຕາການຫຼຸດຜ່ອນ ແລະ ແກ້ໄຂ ຊ່ວຍຜູ້ພັດທະນາໂຄງການ, ທັງເປັນການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ. 

Subcategories