ໃນຕອນເຊົ້າ ຂອງວັນທີ 03 ມີນາ 2020 ທີ່ ຫ້ອງວ່າການ ປົກຄອງ ເມືອງສັງທອງ ໄດ້ເຜີຍແຜ່ຄຳສັ່ງຂອງ ເຈົ້າຄອງ ນະຄອນຫຼວງວຽງຈັນ ສະບັບ ເລກທີ 001/ຈນວ, ລົງວັນທີ 7 ກຸມພາ 2020 ວ່າດ້ວຍ ການຫ້າມຈູດຂີ້ເຫຍື້ອຊະຊາຍ ໂດຍໃຫ້ກຽດເປັນປະທານ ທ່ານ ບົວຄຳ ສີສົງຄາມ, ຮອງເຈົ້າເມືອງ ເມືອງສັງທອງ ຮ່ວມກັບ ທ່ານ ປອ ແອ໋ງພອນ ແພງສຸວັນ ຮອງຫົວໜ້າ ພະແນກ ຊັບ ພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊີ່ງມີພະນັກງານຫຼັກແຫຼ່ງ ຫ້ອງການອ້ອມຂ້າງ ແລະ ບ້ານທົ່ວເມືອງ ມີທັງໝົດ 72 ທ່ານ, ຍິງ 13 ທ່ານ.

        ໃນຕອນເຊົ້າ ເວລາ 8:30 ຂອງວັນອັງຄານ, ວັນທີ 03 ມີນາ 2020 ທີ່ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເຜີຍແຜ່ເອກະສານ ອອກ ບັດພະນັກງານ ລັດຖະກອນພາຍໃນ ພະແນກ ຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ບຸນທາມ ພຸດທະວົງສາ ຫົວໜ້າພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ຮ່ວມກັບ ທ່ານ ກາບແກ້ວ ນາມມະຈັກ ຮອງຫົວໜ້າ ພະແນກ ພາຍໃນ ນະຄອນຫຼວງວຽງຈັນ ເຊີ່ງມີພະນັກງານລັດຖະກອນ ຂອງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດ 117 ທ່ານ, ຍິງ 51 ທ່ານ.

        ໃນຕອນເຊົ້າຂອງວັນເສົາ ວັນທີ 29 ກຸມພາ 2020 ຢູ່ທີ່ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ສ້າງຂະບວນການອອກແຮງງານອານາໄມລວມ ບໍລິເວນໜ້າທາງເຂົ້າສຳນັກງານຈົນຮອດພາຍໃນຕຶກຫ້ອງການ ພ້ອມທັງໄດ້ປູກຕົ້ນໄມ້ປະດັບ ເພື່ອຕ້ອນຮັບ ກອງປະຊຸມໃຫຍ່ຄັ້ງທີ II 

    ໃນຕອນເຊົ້າວັນຈັນ ເວລາ 8:30 ຂອງວັນທີ 2 ມີນາ 2020 ຢູ່ທີ່ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນ ຫຼວງວຽງຈັນ ໄດ້ເປີດກອງປະຊຸມປຶກສາຫາລືແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງມີ ກົມທີ່ດິນ, ກົມກວດກາ , ຂະແໜງທີ່ກ່ຽວຂ້ອງ ແລະ ຫົວໜ້າ ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 9 ເມືອງເຂົ້າຮ່ວມຄົ້ນຄ້ວາ ແລະ ປຶກສາຫາລືຕໍ່ກັບບັນຫາດັ່ງກ່າວ.

       ໃນຕອນເຊົ້າ ວັນສຸກ ຂອງວັນທີ 28 ກຸມພາ 2020 ຢູ່ທີ່ ພະແນກ ຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ມີພິທີ ປະກາດ ກຳມະບານຮາກຖານ ໃຫ້ເປັນ ສະຫະພັນກຳມະບານຮາກຖານ ພະແນກ ຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນ ປະທານ ຂອງທ່ານ ແກ່ນຄຳ ຫົດທິລາດ ປະທານກຳມະບານ ນະຄອນຫຼວງວຽງ ຈັນ ແລະ ທ່ານ ບຸນຊົມ ຊົງວິໄລ ຮອງຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໃນນັ້ນໄດ້ຜ່ານ ຂໍ້ຕົກລົງ ວ່າດ້ວຍ ການສ້າງຕັ້ງເປັນ ສະຫະພັນ ກຳມະບານ ພະແນກ ຊັບພະຍາກແນກທຳມະຊາດ ແລະ ສີ່ງແວດລ້ອມ ນະຄອນ ຫຼວງວຽງຈັນ ສະບັບເລກທີ 57/ກບນວ, ລົງວັນທີ 20 ມັງກອນ 2020 ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະບໍລິຫານງານສະຫະ ພັນກຳມະບານ ພຊສ ນ.ວ ສະບັບ ເລກທີ 216/ກຄບ. ນວ, ລົງວັນທີ 27 ກຸມພາ 2020 ຊື່ງມີ 9 ທ່ານ ເປັນຄະນະບໍລິຫານງານວຽກ ງານ ດັ່ງກ່າວ ພ້ອມດຽວກັນນັ້ນກໍໄດ້ຮັບຟັງປະຖະກາຖາເຜີຍແຜ່ ແລະ ສ້າງຕັ້ງກຳມະບານລາວຄົບຮອບ 64 ປີ.

Subcategories