ໃນຕອນເຊົ້າຂອງວັນທີ 31 ມັງກອນ 2020 ທ່ານ ບຸນທາມ ພຸດທະວົງສາ ນຳພາຄະນະພະແນກພ້ອມທັງ ຄະນະຂະແໜງ ອ້ອມຂ້າງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເຂົ້າອວຍພອນ ສູນ 489 ທະຫານເສຍອົງຄະ ( ກຸດສາມບາດ ) ໄດ້ມອບເງິນຈຳນວນໜຶ່ງ ແລະ ເຄື່ອງອຸປະໂພກບໍລິໂພກ ໃຫ້ແກ່ສູນດັ່ງກ່າວ.

 

               ໃນວັນທີ 20-24 ມັງກອນ ປີ 2020 ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງ ຈັນ ໄດ້ເຂົ້າລາຍງານວຽກງານປັບປຸງເຂດປະເມີນລາຄາທີ່ດິນ ທົ່ວ ນະຄອນຫຼວງວຽງຈັນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພານະຄອນຫຼວງວຽງຈັນ.


       ໃນຕອນເຊົ້າວັນ ອັງຄານ ວັນທີ 21 ມັງກອນ ປີ 2020 ຂະແໜງ ຕິດຕາມກວດກາ ສິ່ງແວດລ້ອມ ຂອງ ພສຊ ນວ ແລະ ຂະແໜງ ທີ່ກ້ຽວໄດ້ເຄື່ອນໄຫວຕິດຕາມກວດກາ ບໍລິສັດ ມິດຕະພາບ ກະສິກຳ ຈຳກັດ ໄດ້ຜະລິດທຸລະກີດໝາກຕາວປີດ ແລະ ເຄື່ອງດື່ມເພື່ອສຸຂະພາບໄດ້ດຳເນີນການຜະລິດທີ່ເປັນມິດຕໍ່ສິ່ງແວດລ້ອມແບບຍືນຍົງ.

               ໃນຕອນເຊົ້າຂອງວັນທີ 14 ມັງກອນ 2020 ໄດ້ມີພິທີ ມອບ -ຮັບ ໃບຕາດິນ ທີ່ຖືກ ໂຄງການ ພັດທະນາ ຊົນລະປະທານ ເຂດວຽງຈັນໃຕ້ ໃຫ້ແກ່ເຈົ້າຂອງສິດນຳໃຊ້ທີ່ດິນ ຈຳນວນ 10 ຄອບຄົວ ຂຶ້ນທີ່ ບ້ານດົງຄວາຍ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານ ໂດຍແມ່ນ ທ່ານ ຄຳຕັນ ແກ້ວຫາວົງ ຮອງຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ  ແລະ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

    ໃນຕອນເຊົ້າຂອງວັນຈັນ, ວັນທີ 13 ມັງກອນ 2020 ຂະແໜງ ຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດລົງຕິດ ຕາມຊຸກຍູ້ກວດກາ ບໍລິສັດ ລາວໂລຫະມີສີ ຂາອອກ-ຂາເຂົ້າ ຈຳກັດ ຢູ່ທີ່ ບ້ານສະພັງຄະນົງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ເຊິ່ງບໍລິສັດ ດັ່ງກ່າວແມ່ນ ດຳເນີນທຸລະກິດຜະລິດສິນຄ້າ ແຮ່ຊືນ, ກົ່ວ, ສັງກະສີ, ແລະ ທອງແດງ ເປົ້າໝາຍການຜະລິດສົ່ງອອກ 30 ພັນໂຕນ ຕໍ່ ປີ ແຕ່ປັດຈຸບັນນີ້ໄດ້ຜະລິດຊືນພຽງຢ່າງດຽວ, ສົ່ງອອກໃນປີ 2019 ໄດ້ພຽງແຕ່ 3.480 ໂຕນຕໍ່ປີ. ເນື່ອງຈາກວ່າໂຮງງານຢູ່ໃນຂັ້ນຕອນທົດລອງການຜະລິດ.

Subcategories