ໃນຕອນເຊົ້າຂອງວັນທີ 07 ມັງກອນ 2020 ຄະນະທີມງານ ຂະແໜງ ແຜນການ ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ແລະ ຂະແໜງ ສິ່ງແວດລ້ອມ ພະແນກ ຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ສົມທົບກັບ ນາຍບ້ານ, ພະແນກພະລັງງານນະຄອນຫຼວງ, ຫ້ອງວ່າການນະຄອນຫຼວງ ໄດ້ລົງເກັບກຳຂໍ້ ມູນການເຊົ່າສຳປະທານດິນລັດ ຂອງບໍລິສັດ ຂຸດຄົ້ນຫີນດ່ານ ຢູ່ບ້ານ ຈຳປາ ແລະ ບ້ານ ໃໝ່ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ.

      ໃນຕອນເຊົ້າຂອງວັນທີ 06-07 ມັງກອນ 2020 ເວລາ 09:00 ທີ່ ຫ້ອງປະຊຸມຊັ້ນ 2 ຂອງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມ ແກ້ໄຂບັນຫາທາງລົດໄຟລາວ-ຈີນ ໂດຍໃຫ້ກຽດເຂົ້າຮ່ວມເປັນ ປະທານ ຂອງ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າ ພຊສ.ນວ , ມີບັນດາຫົວ ໜ້າຂະແໜງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມ ຈຳນວນ 19 ທ່ານ

            ໃນຕອນເຊົ້າຂອງວັນທີ 26 ທັນວາ 2019 ທີ່ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊູມໃຫ່ຍ ຄັ້ງທີ II ຂອງກຳມະບານຮາກຖານ ພຊສ.ນວ ຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ບຸນທາມ ພຸດທະວົງສາ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາ ຄະນະພັກຮາກຖານ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ກອງປະຊຸມດັ່ງກ່າວໄດ້ປ່ອນບັດຄັດເລືອກເອົາ ຄະນະກຳມະບານ ຊຸດໃໝ່ ຈຳນວນ 05 ທ່ານຄື:

         ໃນຕອນເຊົ້າ ຂອງວັນທີ 27 ທັນວາ 2019 ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມໃຫ່ຍຄັ້ງທີ II ຂອງ ຄະນະສະຫະພັນແມ່ຍິງ ພຊສ.ນວ ຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ບຸນທາມ ພຸດທະວົງສາ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານ ພຊສ.ນວ , ກອງປະຊຸມ ດັ່ງກ່າວໄດ້ປ່ອນບັດຄັດເລືອກເອົາຄະນະສະຫະພັນແມ່ຍິງຊຸດໃໝ່ ຈຳນວນ 05 ທ່ານຄື:

          ໃນຕອນເຊົ້າຂອງ ວັນທີ 25 ທັນວາ 2019  ເວລາ 8:30 ໂມງ ໄດ້ເປີດ ກອງປະຊຸມໃຫ່ຍຊາວໜຸ່ມພະແນກ ພຊສ.ນວ ຂື້ນຢູ່ ພະແນກ ຊັບພະຍາກອນທໍາມະຊາດສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ບຸນທາມ ພຸດທະວົງສາ ແລະ ທ່ານ ນາງສຸມາລີ ທໍາມະວົງ ກໍາມະການ ສູນກາງຊາວໜຸ່ມ, ເລຂາ ຊາວໜຸ່ມ ນະຄອນຫຼວງວຽງຈັນ ມີແຂກຖືກເຊີນ ແລະ ຊາວໜູ່ມພາຍໃນ ພະແນກ ເຂົ້າຮ່ວມ, ເຊິ່ງຜູ້ເຂົ້າຮ່ວມກອງປະຊຸມທັງໝົດແມ່ນ 146 ສະຫາຍ ຍີງ 60 ສະຫາຍ             ໃນກອງປະຊຸມ ຄັ້ງນີ້ມີຜູ້ລົງສະມັກເປັນ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຈໍານວນ 09 ສະຫາຍ, ເລືອກເອົາ 07 ສະຫາຍ.ໃນກອງປະຊຸມ ຍັງໄດ້ມີພິທີມອບໃບຍ້ອງຍໍໃຫ້ແກ່ ຄະນະບໍລິຫານງານຊາວໜຸ່ມ ຊຸດເກົ່າ ແລະ ຮັບຄະນະຊຸດໃຫ່ມ ຢ່າງເປັນທາງການ.

Subcategories