ໃນຕອນແລງຂອງວັນທີ 25 ທັນວາ 2019 ເວລາ 3:30 ທ່ານ ອາດສະພັງທອງ ສີ່ພັນດອນ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະລົງຢ້ຽມຢາມ ແລະ ເຮັດວຽກຢູ່ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນ ຫຼວງວຽງຈັນ ແລະ ໄດ້ລົງກວດເບີ່ງການເກັບຮັກສາສຳນວນຕອນດີນ ຢູ່ໃນສາງຂອງ ຂະແໜງ ທີດີນ ພສຊ ນວ.


ອອກແຮງງານແຂງຂັນ ສ້າງຂະບວນການ ຕ້ອນຮັບ ກອງປະຊຸມ ຊາວໜຸ່ມ ຮາກຖານ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ຄັ້ງທີ II.  ໃນຄັ້ງວັນທີ 21 ທັນວາ 2019 ຢູ່ທີ່ຖະໜົນວຽງຈັນ 450 ປີ, ເຊິ່ງມີຊາວໝຸ່ມ ແລະ ພະນັກງານ ພາຍໃນ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

       ກອງປະຊຸມ ເຜີຍແຜ່ ກົດໝາຍວ່າດ້ວຍການລົດໄຟ ສໍາຫຼັບແຂວງພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ທີ່ ເມືອງທ່າແຂກ, ແຂວງຄໍາມ່ວນ, ໃນວັນທີ 17-19 ທັນວາ 2019 ນີ້ ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ທ່ານ ຄໍາສີ ອຸດທິວົງ ຮອງເຈົ້າແຂວງ ແຂວງຄໍາມ່ວນ ແລະ ທ່ານ ສາສະດາຈານ ປອ ບຸນເຫຼື່ອມ ສີສຸລາດ ຜູ້ຊ່ວຍລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ.

         ໃນຕອນເຊົ້າຂອງວັນທີ 14/12/2019 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ສ້າງຂະບວນການອອກແຮງງານ ເພື່ອຄໍ່ານັບຮັບຕ້ອນ ກອງປະຊຸມໃຫ່ຍ 2 ຂັ້ນ  ແລະ ກອງປະຊຸມໃຫ່ຍ 3 ອົງການຈັດຕັ້ງມະຫາຊົນ ຂອງພະແນກ ພຊສ.ນວ

           ໃນວັນທີ 12 ທັນວາ 2019 ເວລາ 13:30 ທີ່ຫ້ອງປະຊຸມ ຊັ້ນ 03 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດພິທີຮັບສະມາຊິກພັກສົມບູນ ຂອງ ຂະແໜງ ທີ່ດິນ ຈຳນວນ 07 ສະຫາຍ ຍິງ 02 ສະຫາຍ ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ຄຳຕັນ ສີຫາວົງ ຮອງ ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.

Subcategories