ກອງປະຊຸມ ກາບທາບທາມບຸກຄະລາກອນ ເພື່ອກະກຽມ ກອງປະຊຸມໃຫ່ຍ ຄັ້ງທີ 2 ຂອງຮາກຖານ ກຳມະບານ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ ຂື້ນໃນວັນທີ 04 ທັນວາ 2019 ເວລາ 8 ໂມງ 30 ທີ່ ຫ້ອງປະຊຸມຊັ້ນ 3 ຂອງ ພຊສ.ນວ ,ໂດຍເປັນປະທານຮ່ວມ ລະຫວ່າງ ທ່ານ ສົມບູນ ລິດສະໃໝ ຮອງປະທານ ສະຫະພັນກຳມະບານ ນະ ຄອນຫລວງວຽງຈັນ ແລະ ທ່ານບຸນຊົມ ຊົງວິໄລ ຄະນະພັກຮາກຖານ, ຮອງຫົວໜ້າ ພຊສ ນວ ຄະນະກຳມະບານຮາກຖານ, ເຊິ່ງມີ ສະມາຊິກ ກໍາມະບານ ພາຍໃນ ພຊສ.ນວ ເຂົ້າຮ່ວມທັງໝົດ.

       ໃນຕອນເຊົ້າຂອງວັນທີ 29 ພະຈິກ 2019 ເວລາ 9:00 ໂມງ ທີ່ ບ້ານຫ້ວຍນໍ້າເຢັນ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ຮອງຫົວໜ້າ ຂະແໜງ ສິ່ງແວດລ້ອມ ພ້ອມດ້ວຍຄະນະວິຊາການ ໄດ້ລົງຊູກຍູ້ ຕິດຕາມ-ກວດກາ ວຽກງານສິ່ງແວດ ລ້ອມ ຂອງບໍລິສັດ ປູງແຕ່ງໄມ້ເພັງມູງຄູນ ແລະ ບໍລິສັດ ຟາມໝູພັນ ນາຊາຍທອງ ມີຜຸ້ເຂົ້າຮ່ວມທັງໝົດ 10 ທ່ານ ຍິງ 4 ທ່ານ ການລົງຕິດຕາມກວດກາໃນຄັ້ງນີ້ ມີນາຍບ້ານ, ບ້ານຫ້ວຍນໍ້າເຢັນ ແລະ ພະນັກງານວິຊາການ ຈາກ ຫຊສ ເມືອງນາຊາຍທອງ ແລະ ຜູ້ອຳນວຍການ ບໍລິສັດ ເຂົ້າຮ່ວມ ການລົງຊູກຍຸ້ວຽກງານຄັ້ງນີ່ແມ່ນ ໄດ້ປູກລະດົມໃຫ້ຜຸ້ປະກອບກິດຈະການ ປະຕິບັດຕາມລະບຽບກົດໝາຍ, ເພື່ອໃຫ້ຂະບວນການຜະລິດເປັນມິດຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ.

        ໃນຕອນເຊົ້າຂອງວັນທີ 28 ພະຈິກ 2019 ເວລາ 9:00 ທີ່ ຫ້ອງປະຊຸມ ພະແນກ ຊັບພະຍາກອນທຳມະຊາດ  ແລະ ສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ ຊັ້ນ II ໂດຍແມ່ນ ທ່ານ ປ.ອ ແອ໋ງພອນ ແສງສຸວັນ ເປັນປະທານ ກອງປະຊູມ ປຶກສາຫາລື ດ້ານວິຊາການ.

         ໃນຕອນເຊົ້າວັນທີ 25 ພະຈິກ 2019 ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ຂອງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຝືກອົບຮົມ ແນະນໍາ ການຕົບແຕ່ງຮູບພາບ ແລະ ບົດຂ່າວລົງ ເວັບໄຊ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.

     ໃນຕອນເຊົ້າວັນທີ 18 ພະຈິກ 2019 ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ໄດ້ຈັດ ກອງປະຊຸມ ສະຫຼຸບ ໂຄງ ການ ສ້າງຖານ ຂໍ້ມູນ ສະຖິຕິ ຂອງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເພື່ອເກັບກໍາ ແລະ ປະເມີນຜົນ ພາຍໃຕ້ການເປັນ ປະທານ ຂອງ ທ່ານ ບຸນຊົມ ຊົງວິໄລ ຮອງຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.

Subcategories